ກອງປະຊຸມທົບທວນວຽກງານປະຈຳປີ 2018 ຂອງໂຄງການສະໜັບສະໜູນການສິດສອນ ແລະ ການຝຶກອົບຮົມກົດໝາຍ ເພື່ອສົ່ງເສີມການສ້າງລັດແຫ່ງກົດໝາຍ ຢູ່ ສປປ ລາວ

    ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ທັນວາ 2018 ຢູ່ທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຮສ.ປອ. ຄຳຜາຍ ສີສະຫວັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ແຊມ ເຊເຣນເດີ ອຸປະທູດ ແຫ່ງ ຣາຊະອານະຈັກລຸກຊຳບວກປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ, ຄະນະບໍລິຫານງານໂຄງການ, ສະມາຊິກຂອງຄະນະກຳມະການຊີ້ນຳໂຄງການ, ຜູ້ຕາງໜ້າຈາກບັນດາອົງການຄູ່ຮ່ວມພັດທະນາ ເຂົ້າຮ່ວມທັງໝົດ ຈຳນວນ 41 ທ່ານ ຍິງ 13 ທ່ານ.

    ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການທົບທວນຄືນກ່ຽວກັບການຈັດຕັ້ງປະ ຕິບັດວຽກງານປະຈຳປີ 2018 ຂອງໂຄງການສະໜັບສະໜູນການສິດສອນ ແລະ ການຝຶກອົບຮົມກົດໝາຍ ເພື່ອສົ່ງເສີມການສ້າງລັດແຫ່ງກົດໝາຍຢູ່ ສປປ ລາວ ຫຼື ເອີ້ນອີກຢ່າງໜຶ່ງວ່າ ໂຄງການລາວ/031, ຊຶ່ງໃນທີ່ປະຊຸມຈະໄດ້ຮັບຟັງກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດກິດຈະກຳໃນໜຶ່ງປີ ຜ່ານມາ, ຮັບຟັງການນຳສະເໜີ ແລະ ຮັບຮອງເອົາແຜນການເຄື່ອນໄຫວການຈັດຕັ້ງປະຕິບັດກິດຈະກຳປະຈຳປີ 2019, ພ້ອມທັງນຳສະເໜີ ແລະ ຮັບຮອງເອົາຕົວຊີ້ວັດຂອງໂຄງການທີ່ນຳສະເໜີໃຫ້ດັດແປງເພື່ອໃຫ້ເຂົ້າກັບຈຸດປະສົງຂອງໂຄງການ. ຫຼັງຈາກນັ້ນຜູ້ເຂົ້າກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນແລກປ່ຽນຢ່າງກົງປະກົງມາ ແລະ ມີຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ແຜນການເຄື່ອນໄຫວຈັດຕັ້ງປະຕິບັດໂຄງການ ປີ 2019 ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບຄວາມຕ້ອງການ ແລະ ສົມຄູ່ກັບບັນດາແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ເປົ້າໝາຍໃນການພັດທະນາຂອງ ສປປ ລາວ.
    ໃນຕອນທ້າຍຂອງພິທີໄດ້ມີພິທີການເຊັນຮັບຮອງເອົາແຜນດຳເນີນກິດຈະກຳຂອງໂຄງການປະຈຳປີ 2019.

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ຂົນ ບຸນທິສານ

ປະເພດຂ່າວ: