ກອງປະຊຸມປັບປຸງກົດໝາຍວ່າດ້ວຍສື່ມວນຊົນ

   ໃນຕອນເຊົ້າຂອງວັນທີ 17 ສິງຫາ 2016 ຢູ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປັບປຸງກົດໝາຍວ່າດ້ວຍ ສື່ມວນຊົນ ຂຶ້ນໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິ ທຳ, ມີ ທ່ານ ທອງດາ ສຸພາສິດ ຫົວໜ້າກົມສື່ມວນຊົນສະພາແຫ່ງຊາດ, ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼ່ງຂ່າວ ວັດທະນາທຳ ແລະ ທອງທ່ຽວ, ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ຫົວໜ້າກົມ, ຮອງກົມກົດໝາຍກະຊວງຍຸຕິທຳ ແລະ ມີພະນັກງານວິຊາການກົມກົດໝາຍເຂົ້າຮ່ວມ.

   ກົດໝາຍວ່າດ້ວຍ ສື່ມວນຊົນລາວ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແຕ່ປີ 2008 ເປັນຕົ້ນມາ ເພື່ອແນ່ໃສ່ເຮັດໃຫ້ສື່ມວນຊົນລາວໄດ້ປະຕິບັດພາລະບົດບາດ ພາຍໃຕ້ຂອບເຂດຂອງກົດໝາຍທີ່ເປັນເວທີແຫ່ງການໂຄສະ ນາ, ຖະແຫຼ່ງຂ່າວ, ເປັນກະບອກສຽງຂອງອົງການຈັດຕັ້ງພັກ-ລັດ ແລະ ສັງຄົມໃນການສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມນ້ຳໃຈຮັກຊາດ, ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງ, ເສດ ຖະກິດ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງທັງເປັນການປະກອບສ່ວນຕ້ານປາກົດການຫຍໍ້ທໍ້ຢູ່ໃນສັງຄົມລາວ.

   ກອງປະຊຸມໄດ້ພ້ອມກັນເອົາໃຈໃສ່ປະກອບຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອດັດປັບບາງມາດຕາຂອງກົດໝາຍວ່າດ້ວຍ ສື່ມວນຊົນ ໃຫ້ມີຄວາມສອດຄອງກັບກັບສະພາບຄວາມເປັນຈິງຂອງສັງຄົມໃນປັດຈຸ ບັນ. ກົດໝາຍວ່າດ້ວຍ ສື່ມວນຊົນ ສະບັບປີ 2008, ປະກອບມີ 11 ໝວດ 67 ມາດຕາ. ກອງປະຊຸມໄດ້ພ້ອມກັນປັບປຸງກົດໝາຍວ່າດ້ວຍ ສື່ມວນຊົນ ຊຶ່ງປະກອບມີ VIII ພາກ, 6 ໝວດ, ມີ 75 ມາດຕາ, ພາກທີ III ມີ 4 ໝວດ, ພາກທີ V ມີ 2 ໝວດ ແລະ ໃນ 67 ມາດຕາ ຂອງກົດໝາຍວ່າດ້ວຍ ສື່ມວນຊົນ ສະບັບປີ 2008. ໃນນັ້ນຮັກສາເນື້ອໃນເກົ່າໄວ້ 28 ມາດຕາ, ປັບປຸງ 38 ມາດຕາ ແລະ ໄດ້ໂຮມມາດຕາ 7 ແລະ ມາດຕາ 8 ເຂົ້າກັນເປັນມາດຕາ 6 ແລະ ເພີ່ມໃໝ່ 10 ມາດຕາ ແນ່ໃສ່ເຮັດໃຫ້ເນື້ອໃນຂອງກົດໝາຍສະບັບດັ່ງກ່າວສອດຄ່ອງກັບມະຕິກອງປະຊຸມໃຫຍ່ ຄັ້ງທີ IX ແລະ X ຂອງພັກ ປປລາວ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ມີສ່ວນຮ່ວມຕໍ່ວຽກງານສື່ມວນຊົນ ແລະ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນເຕັມ ແລະ ປິດລົງດ້ວຍຜົນສຳເລັດ ອັນຈົບງາມ.

ຂ່າວໂດຍ: ສີທົນ ສີສະຫວາດ, ພາບໂດຍ: ກົວຢີ່

ປະເພດຂ່າວ: