ກອງປະຊຸມປຶກສາຫາລືຮ່າງກົດໝາຍວ່າດ້ວຍ ການປົກປ້ອງຜູ້ຜະລິດພາຍໃນ

     ຢູ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລືຮ່າງກົດໝາຍວ່າດ້ວຍການປົກປ້ອງຜູ້ຜະລິດພາຍໃນຂຶ້ນ ໃນວັນທີ 16 ມັງກອນ 2017 ໂດຍການເປັນປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະ ມົນຕີກະຊວງຍຸຕິທຳ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາທ່ານຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການ ກົມກົດໝາຍກະຊວງຍຸຕິທຳ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາແຫ່ງຊາດ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.

     ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປົກປ້ອງຜູ້ຜະລິດພາຍໃນ ຊຶ່ງຮ່າງກົດໝາຍສະບັບນີ້ ປະກອບມີ 9 ພາກ, 6 ໝວດ ແລະ 55 ມາດຕາ. ເນື້ອໃນຮ່າງກົດໝາຍ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະ ການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາສິນຄ້ານຳເຂົ້າທີ່ສົ່ງຜົນກະທົບຕໍ່ຜູ້ຜະລິດພາຍໃນເພື່ອປົກປ້ອງຜູ້ຜະລິດພາຍໃນ ພາຍໃຕ້ເງື່ອນໄຂການເຊື່ອມ ໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ແນໃສ່ສ້າງເງື່ອນໄຂໃຫ້ຜູ້ ຜະລິດພາຍໃນໄດ້ປັບປຸງຕົນເອງໃຫ້ມີຄວາມເຂັ້ມແຂງ, ແຂ່ງຂັນກັບສິນຄ້ານຳເຂົ້າ ແລະ ເຕີບໃຫຍ່ຂະຫຍາຍຕົວ ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດອີກດ້ວຍ.

    ຂ່າວ: ສີປະໄພ      ພາບ: ສົມຫວັງ

ປະເພດຂ່າວ: