ກອງປະຊຸມປຶກສາຫາລື (ຮ່າງ) ດຳລັດ ວ່າດ້ວຍວິສາຫະກິດຮັກສາຄວາມປອດໄພ

ວັນທີ 28 ພະຈິກ 2018 ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງກະຊວງຍຸຕິທຳໄດ້ຈັດກອງປະຊຸມປຶກສາຫາລື (ຮ່າງ) ດຳລັດ ວ່າດ້ວຍວິສາຫະກິດຮັກສາຄວາມປອດໄພ ໃຫ້ກຽດເປັນປະທານໂດຍ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ທ່ານ ພັອ ກຽງຄຳ ອິນແພງທະວົງ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ, ບັນດາທ່ານຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງຂອງສອງກະຊວງ.

ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມ, ກວດກາ ວິສາຫະກິດຮັກສາຄວາມປອດໄພ ເພື່ອເຮັດໃຫ້ການຮັກສາຄວາມປອດໄພ ມີປະສິດທິພາບ, ປະສິດທິຜົນ ແນ່ໃສ່ຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເຮັດໃຫ້ປະເທດຊາດ ມີສະຖຽນລະພາບ ແລະ ຄວາມໝັ້ນຄົງ ສາມາດເຊື່ອມໂຍງພາກພື້ນ ແລະ ສາກົນ ປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ນອກນັ້ນ, ວິສາຫາກິດຮັກສາຄວາມປອດໄພ ແມ່ນການຈັດຕັ້ງໜຶ່ງ ໃນຖານະນິຕິບຸກຄົນ ຊຶ່ງປະກອບດ້ວຍ ຊື່, ທຶນ, ການບໍລິການ ແລະ ສຳນັກງານ, ໄດ້ຂຶ້ນທະບຽນ ໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍ ວິສາຫະກິດ ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດ ຈາກກະຊວງປ້ອງກັນຄວາມສະຫງົບ.

ຮ່າງ ດຳລັດສະບັບນີ້ ປະກອບມີ 10 ພາກ, 11 ໝວດ, 74 ມາດຕາ. 
ພາຍຫຼັງທີ່ໄດ້ຮັບຟັງການສະເໜີກ່ຽວກັບຈຸດປະສົງ, ຄວາມສຳຄັນ ຂອງດຳລັດສະບັບນີ້ແລ້ວ, ຄະນະຮັບຜິດຊອບຮ່າງດຳລັດ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ຮ່າງດຳລັດ ເພື່ອເຮັດໃຫ້ເນື້ອໃນມີຄວາມຮັດກຸມ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້.

ຂ່າວ-ພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: