ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ລົດຂອງລັດ

     ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ລົດຂອງລັດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກຸມພາ 2018, ຢູ່ທີ່ ກະຊວງຍຸຕິທຳ. ພາຍໃຕ້ການເປັນປະທານຂອງທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍກະຊວງຍຸຕິທຳ, ເປັນກຽດເຂົ້າຮ່ວມຂອງທ່ານ ພັອ. ອຸດົມ ສີສົງຄາມ ຫົວໜ້າກົມຄຸ້ມຄອງພາຫະນະຂົນສົ່ງ ກະຊວງການເງິນ, ມີບັນດາທ່ານ ຮອງຫົວໜ້າກົມ, ຫົວໜ້າ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການກົດໝາຍຂອງ ກະຊວງຍຸຕິທຳ, ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດສະບັບດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນ ກ່ຽວກັບ ຊື່, ໂຄງປະກອບ ແລະ ເນື້ອໃນຂອງຮ່າງດຳລັດ ໃຫ້ມີຄວາມເປັນເອກະພາບ, ຮັດກຸມ, ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມໃນປັດຈຸບັນ. ສຳລັບຮ່າງດຳລັດວ່າດ້ວຍ ລົດຂອງລັດ ປະກອບມີ 9 ໝວດ, 50 ມາດຕາ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມກວດກາ ລົດຂອງລັດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ເຮັດໃຫ້ການນຳໃຊ້ລົດຂອງລັດເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ ໃຫ້ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ໂປ່ງໃສ ແລະ ຍຸຕິທຳ, ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ໝັ້ນທ່ຽງ.  

ຂ່າວ: ສີປະໄພ, ພາບ: ສຸກສາຄອນ, ສະໂມສອນກະຊວງຍຸຕິທຳ, ວັນທີ 8 ກຸມພາ 2018.

ປະເພດຂ່າວ: