ກອງປະຊຸມວິຊາການປະກອບຄຳເຫັນໃສ່ຮ່າງປຶ້ມຄູ່ມື ແລະ ປຶ້ມອະທິບາຍກົົດໝາຍ

     ກອງປະຊຸມວິຊາການປະກອບຄຳເຫັນໃສ່ຮ່າງປຶ້ມຄູ່ມືກົດໝາຍ ແລະ ປຶ້ມອະທິບາຍກົດໝາຍແຮງງານ ໄດ້ຈັດຂຶ້ນຢູ່ທີ່ຣິສອດນາປ່າກວາງ, ເມືອງແກ້ວອຸດົມ ແຂວງວຽງຈັນ ໃນວັນທີ 23-26 ສິງຫາ 2016 ພາຍໃຕ້ການສະ ໜັບສະໜູນຂອງໂຄງການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳ (ອົງການໄຈກ້າ). ກອງປະຊຸມໄຂຂື້ນໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ສົມສັກ ໄຕບຸນລັກ ຫົວໜ້າກຸ່ມແພ່ງ ແລະ ເສດຖະກິດ, ປະທານ ສານປະຊາຊົນພາກກາງ ແລະ ທ່ານ ນ. ທາຄານາຊິ ເລໂກະ ຜູ້ຊ່ຽວຊານດ້ານກົດໝາຍ ອົງການໄຈກ້າ ປະຈຳ ສປປ ລາວ,  ມີບັນດາສະມາຊິກກຸ່ມແພ່ງ ແລະ ເສດຖະກິດ ທີ່ມາຈາກສີ່ພາກສ່ວນຄື ກະຊວງຍຸຕິທຳ, ອົງການໄອຍະ ການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ມະຫາວິທະຍາໄລແຫ່ງຊາດ (ຄະນະນິຕິສາດ ແລະ ລັດຖະສາດ)  ພ້ອມດ້ວຍຜູ້ເຂົ້່າຮ່ວມທີ່ມາຈາກກົມແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະຫະພັນກຳ ມະບານລາວ ເຂົ້າຮ່ວມ ຈຳນວນ 15 ທ່ານ, ຍິງ 3 ທ່ານ.

     ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອເຮັດວຽກຮ່ວມກັນໃນວຽກງານ ດັ່ງນີ້: (1) ກວດແກ້, ຈັດລຽງ ແລະ ຮຽບຮຽງເນື້ອໃນປຶ້ມຄູ່ມືກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດະກິດຄືນ ພາຍຫຼັງທີ່ໄດ້ຮັບຄຳເຫັນ ຈາກຄະນະຊີ້ນຳລວມ ແລະ ຄະນະບໍລິຫານໂຄງການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳ ຂອງສີ່ພາກ ສ່ວນ. (2) ຮັບຮອງຮ່າງສາລະບານປຶ້ມອະທິບາຍກົດໝາຍແຮງງານ ແລະ ແບ່ງໜ່ວຍຮັບຜິດຊອບໃນການ ຂຽນເນື້ອໃນ.

     ໃນກອງປະຊຸມ ສະມາຊິກກຸ່ມໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປັບປຸງ, ກວດແກ້ ແລະ ຈັດລຽງເນື້ອໃນປຶ້ມຄູ່ມືກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດກິດຄືນ ແລະ ຄາດວ່າຈະສຳເລັດ ແລະ ສາມາດຈັດພິມ ເພື່ອແຈກຢາຍໃຫ້ກຸ່ມເປົ້າໝາຍໄດ້ໃນໄວໆນີ້. ຫຼັງຈາກນັ້ນ ສະມະຊິກກຸ່ມ ກໍໄດ້ສືບຕໍ່ປະກອບຄຳເຫັນໃສ່ (ຮ່າງ) ສາລະບານປຶ້ມອະທິບາຍກົດໝາຍແຮງງານ ຊຶ່ງປະກອບດ້ວຍ 6 ບົດ ຄື: ບົດທີ 1 ແມ່ນເວົ້າເຖິງຄວາມຮູ້ທົ່ວໄປ ກ່ຽວກັບກົດໝາຍແຮງງານ; ບົດທີ 2 ສັນຍາແຮງງານ; ບົດທີ 3 ເວລາເຮັດວຽກ, ການຜັກຜ່ອນ, ການພັກວຽກ ແລະ ການລາພັກ; ບົດທີ 4 ເງິນເດືອນ ຫຼື ຄ່າແຮງງານ; ບົດທີ 5 ການແກ້ໄຂຂໍ້ຂັດແຍ່ງດ້ານແຮງງານ ແລະ ບົດທີ 6 ແມ່ນເວົ້າເຖິງ ແຮງງານລາວ ແລະ ແຮງງານຕ່າງປະເທດ ພາຍຫຼັງທີ່ກອງປະຊຸມໄດ້ຮັບຮອງເອົາແລ້ວ ກໍໄດ້ຈັດແບ່ງຄວາມຮັບຜິດຊອບໃຫ້ແຕ່ລະກຸ່ມຫຍ່ອຍຂຽນເນື້ອໃນໃຫ້ສຳເລັດເບື້ອງຕົ້ນ ແລະ ຈະໄດ້ນຳມາຜ່ານ ກອງປະຊຸມວິຊາການອີກໃນຄັ້ງຕໍ່ໄປ.

     ໃນຕອນທ້າຍຂອງກອງປະຊຸມ ສະມາຊິກຂອງກຸ່ມແພ່ງ ແລະ ເສດະກິດ ໄດ້ປຶກສາຫາລືຮ່ວມກັນກ່ຽວກັບການວາງທິດທາງ, ແຜນການວຽກງນຂອງກຸ່ມໃນຕໍ່ໜ້າ ເປັນຕົ້ນ ແມ່ນການກະກຽມການໄປທັດສະນະສຶກສາ ແລະ ຖອດຖອນບົດຮຽນຢູ່ປະເທດຍີ່ປຸ່ນ, ການຈັດກອງປະຊຸມນອກສະຖານທີ່ ແລະ ການເຮັດວຽກເປັນກຸ່ມຫຍ່ອຍ ເພື່ອເປັນທິດທາງໃນການຊຸກຍູ້ໃຫ້ສະມາຊິກພາຍໃນກຸ່ມທີ່ມາຈາກແຕ່ລະພາກສ່ວນ ໄດ້ປະກອບສ່ວນໃນວຽກງານ ດັ່ງກ່າວຢ່າງຫ້າວຫັນ ແລະ ມີໝາກຜົນ.

ຂ່າວ ແລະ ພາບໂດຍ: ກົມໂຄສະນາອົບຮົມກົດໝາຍ, ກະຊວງຍຸຕິທຳ

ປະເພດຂ່າວ: