ກອງປະຊຸມສະຫຸບວຽກງານການປະເມີນຜົນໂຄງການກອງທຶນບູລິມະສິດເພື່ອຄວາມສາມັກຄີ (FSP)

      ໃນຕອນບ່າຍຂອງວັນທີ 18 ພະຈິກ 2016 ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມສະຫຼຸບວຽກງານການປະເມີນຜົນໂຄງການກອງທຶນບູລິມະສິດເພື່ອຄວາມສາມັກຄີ (FSP) “ໂຄງການສະໜັບສະໜູນການຈັດຕັ້ງ ປະຕິບັດແຜນແມ່ບົດພັດທະນາລັດປົກຄແງດ້ວຍກົດໝາຍ (LSMP)” ທີ່ເປັນໂຄງການຊ່ວຍເຫຼືອສອງຝ່າຍລາວ-ຝຣັ່ງ ພາຍໃຕ້ການການເປັນປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ນາງ ໂກດິນ ເລີດູ (Claudine LEDOUX) ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ມີຜູ້ຕ່າງໜ້າຈາກກະຊວງຍຸຕິທໍາ, ສະຖາບັນຍຸຕິທໍາແຫ່ງຊາດ, ສະພາທະນາຍຄວາມແຫ່ງສປປລາວ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສະ ຖານທູດຝຣັ່ງປະຈໍາ ສປປ ລາວ, ອົງການ ສປຊ, ສະຖານທູດສະຫະພາບເອີຮົບ ແລະ ອົງການAFD.        

     ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບວຽກງານການປະເມີນຜົນໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດ ປົົກຄອງດ້ວຍກົດໝາຍ (LSMP) ໂດຍສະເພາະແມ່ນການສ້າງຄວາມເຂັ້ມແຂງ ໃຫ້ແກ່ສະຖາບັນຍຸຕິທໍາແຫ່ງຊາດ ໃນການພັດທະນາວິຊາຊີບທາງດ້ານກົດໝາຍ ເຊັ່ນ ການຝຶກອົບຮົມຜູ້ພິພາກສາ, ໄອຍະການ ແລະ ພະນັກງານຍຸຕິທໍາ ແລະ ຍົກສູງຄວາມສາມາດຂອງທະນາຍຄວາມ ຢູ່ ສປປ ລາວ.

     ໃນໂອກາດນີ້ ທ່ານ ບຸນສະຫວາດ ບຸບຜາ ກໍໄດ້ກ່າວສະແດງຄວາມຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ທ່ານ ນາງ ໂກດິນ ເລີດູ ທີ່ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈມາຍັງທ່ານ ເອກອັກຄະ ລັດຖະທູດກໍຄືລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານທຶນຮອນ ແລະ ວິຊາການໃຫ້ແກ່ການພັດທະນາຂະແໜງການຂອງກົດໝາຍ ແລະ ວຽກງານຍຸຕິທໍາຂອງ ສປປ ລາວ ໃນລະຍະຜ່ານມາ ແລະ ຫວັງວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນຂະແໜງການກົດໝາຍ ແລະ ວຽກງານຍຸຕິທໍາຂອງ ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວເປັນຮູບປະທໍາ ຍິ່ງຂຶ້ນ.

ຂ່າວ: ໄຊຍະສິດ       ພາບ: ຈັນທະວີສຸກ

ປະເພດຂ່າວ: