Submitted by superuser on
ໃນລະຫວ່າງວັນທີ 26-29 ມັງກອນ 2016 ຢູ່ທີ່ໂຮງແຮມດອນຈັນພາເຣດ ກຸ່ມຂຽນປຶ້ມຄູ່ມືການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ (ກຸ່ມແພ່ງ ແລະ ເສດຖະກິດ) ຊຶ່ງປະກອບມີສະມາຊິກຈາກສີ່ພາກສ່ວນຄື: ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ມະຫາວິທະຍາໄລແຫ່ງຊາດ ຄະນະນິຕິສາດ- ລັດຖະສາດ ໄດ້ຈັດກອງປະຊຸມສຳມະນາການສ້າງປຶ້ມຄູ່ມືການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ມີການເຂົ້າຮ່ວມຂອງບັນດາທ່ານ ສາດສະດາຈານຍີ່ປຸ່ນ, ທ່ານ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສກສ), ທ່ານ ຫົວໜ້າ ແລະ ຮອງຫົວໜ້າຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ຫກສ) ແຂວງ ຈໍາປາສັກ, ແຂວງ ສະຫວັນນະເຂດ, ທ່ານ ຜູ່ພິພາກສາຄະນະສານການຄ້າ ຈາກສານປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງ (ຜູ່ຊີ້ນຳວຽກງານປະຕິບັດຄຳຕັດສີນຂອງສານ), ບັນດາສະມາຊິກຂຽນປຶ້ມ ກຸ່ມແພ່ງ ແລະ ເສດຖະກິດ, ທ່ານຜູ່ຊ່ຽວຊານກົດໝາຍ ປະຈຳອົງການໄຈກາ ພ້ອມດ້ວຍ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 32 ທ່ານ, ຍິງ 5 ທ່ານ ໂດຍການສະໜັບສະໜູນຂອງໂຄງການພັດທະນາຊັບພະຍາກອນມະນຸດ ໃນຂົງເຂດຍຸຕິທຳ (ອົງການໄຈກາ) ປະຈຳ ສປປ ລາວ.
ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້ ເພື່ອຮ່ວມກັນຄົ້ນຄ້ວາ, ປະກອບຄຳເຫັນ ແລະ ກວດກາຄືນຄວາມຖືກ ຕ້ອງຂອງບັນດາແຜນວາດ ແລະ ຮ່າງເນື້ອໃນປຶ້ມຄູ່ມືການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຊຶ່ງສະມາຊິກກຸ່ມແພ່ງ ແລະ ເສດຖະກິດ ໄດ້ເລີ່ມຕົ້ນຂຽນ ແຕ່ເດືອນ ຕຸລາ 2015 ເປັນຕົ້ນມາ. ປຶ້ມຄູ່ມືເຫຼັ້ມນີ້ ປະກອບດ້ວຍ 7 ບົດຄື: ບົດທີ 1 ເປັນບົດທີ່ເວົ້າເຖິງວິວັດທະນາການຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ບົດທີ 2 ແມ່ນຄວາມຮູ້ທົ່ວໄປກ່ຽວກັບ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ບົດທີ 3 ຄ່າໃຊ້ຈ່າຍໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ບົດທີ 4 ການຍື່ນຄຳຮ້ອງ, ການພິຈາລະນາ ແລະ ການເລືອກຮູບການ; ບົດທີ 5 ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດດ້ວຍ ການໄກ່ເກັ່ຽ; ບົດທີ 6 ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດດ້ວຍການຕັດສີນ ແລະ ບົດທີ 7 ການຈັດຕັ້ງປະຕິບັດ ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.
ພາຍຫຼັງທີ່ໄດ້ສະເໜີແຜນວາດ ແລະ ເນື້ອໃນຮ່າງປຶ້ມຄູ່ມືແລ້ວ ບັນດາຜູ່ເຂົ້າຮ່ວມກໍໄດ້ຮ່ວມກັນປະກອບຄໍາເຫັນ ຢ່າງຟົດຟື້ນ ແລະ ກົງໄປກົງມາ ໂດຍອີງໃສ່ທິດສະດີກົດໝາຍ, ຫຼັກການຂອງສົນທິສັນຍາສາກົນທີ່ ສປປ ລາວ ໄດ້ເຂົ້າຮ່ວມ ເປັນພາຄີ ແລະ ການຈັດຕັ້ງປະຕິບັດຕົວຈິງຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມາປະກອບໃສ່ເພື່ອເຮັດໃຫ້ປຶ້ມຄູ່ ມືມີເນື້ອໃນທີ່ສົມບູນ, ສອດຄ່ອງກັບທິດສະດີກົດໝາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ.
ການສ້າງປຶ້ມຄູ່ມືການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ຈັດລຽງເປັນບົດ ຕາມເນື້ອໃນ ແລະ ຂັ້ນຕອນຂອງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອຄວາມສະດວກ ແລະ ເຂົ້າໃຈງ່າຍໃຫ້ແກ່ຜູ່ນຳໃຊ້ຕົວຈິງ, ຊຶ່ງໄດ້ຜັນຂະ ຫຍາຍເນື້ອໃນແຕ່ລະບົດອອກອີງໃສ່ຜົນຂອງການຄົ້ນຄ້ວາ ແລະ ການວິໄຈສາຍພົວພັນລະຫວ່າງທິດສະດີ ແລະ ການຈັດຕັ້ງ ປະຕິບັດຕົວຈິງ ແລະ ໄດ້ລວບລວມໝາກຜົນຂອງການຄົ້ນຄ້ວາຂຽນເປັນເນື້ອໃນບາງສ່ວນຂອງປຶ້ມຄູ່ມືການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ. ປຶ້ມຄູ່ມືເຫຼັ້ມນີ້ ຄາດວ່າຈະສຳເລັດການປັບປຸງເນື້ອໃນ,ກວດແກ້ ແລະ ຈັດພິມໃນທ້າຍມີນາ 2016. ຫຼັງຈາກນັ້ນ ໄດ້ຈັດຕັ້ງເຜີຍແຜ່ປຶ້ມຄູ່ມື ແລະ ແຈກຢາຍໃຫ້ພະນັກງານທີ່ກ່ຽວຂ້ອງ ເພື່ອນຳໃຊ້ເປັນປຶ້ມຄູ່ມືໃນການ ປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ.ສຳລັບແຜນການຂອງກຸ່ມແພ່ງ ແລະ ເສດຖະກິດໃນຕໍ່ໜ້າ ແມ່ນຈະໄດ້ກະກຽມການສ້າງປຶ້ມຄູ່ມືເຫຼັ້ມໃໝ່ ໂດຍເນັ້ນໃສ່ ກົດໝາຍວ່າດ້ວຍ ແຮງງານ, ກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ໃນຂັ້ນຕໍ່ໄປ./.