ກອງປະຊຸມສ່ອງແສງປະຈຳເດືອນສິງຫາ ກ່ຽວກັບວຽກງານສຳຄັນຂອງກະຊວງຍຸຕິທຳ

    ກອງປະຊຸມຮັບສ່ອງແສງກ່ຽວກັບວຽກງານສຳຄັນ ປະຈຳເດືອນສິງຫາ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 24 ສິງຫາ 2016 ຢູ່ທີ່ຫ້ອງ ປະຊຸມຊັ້ນສອງ ເພື່ອສ່ອງແສງວຽກງານສຳຄັນຂອງບັນດາໜ່ວຍພັກ ແລະ ວາງ ທິດທາງ ແຜນການທີ່ເປັນວຽກງານຈຸດສຸມຂອງກະ ຊວງຍຸຕິທຳໃນຕໍ່ໜ້າ ໂດຍການເປັນປະທານ ແລະ ເຂົ້າຮ່ວມຮັບສ່ອງແສງຂອງ ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາ ຄະນະ ພັກ,ຮອງລັດຖະມົນຕີກະ ຊວງຍຸຕິທຳ, ມີຄະນະ ພັກກະຊວງ, ສະຫາຍເລຂາໜ່ວຍພັກຫ້ອງການ, ບັນດາເລຂາໜ່ວຍພັກກົມ, ສະຖາ ບັນຍຸຕິທຳແຫ່ງຊາດ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນກະຊວງເຂົ້າຮ່ວມຢ່າງ ພ້ອມພຽງ.

     ຈຸດປະສົງ ເພື່ອລາຍງານສ່ອງແສງວຽກງານປະຈຳເດືອນສິງຫາ ດັ່ງນີ້: (1) ລາຍງານການຊີ້ນຳ-ນຳພາຂອງໜ່ວຍພັກຮາກຖານຕໍ່ ວຽກງານລັດໃນໄລຍະໜຶ່ງເດືອນຜ່ານມາ; (2) ປຶກສາຫາລື ແລະ ວາງທິດທາງແຜນງານຕໍ່ວຽກງານຈຸດສຸມຂອງກະຊວງໃນເດືອນຕໍ່ ໜ້າ.

     ກອງປະຊຸມໄດ້ຮັບຟັງການລາຍງານສ່ອງແສງວຽກງານທີ່ພົ້ນເດັ່ນຂອງແຕ່ລະໜ່ວຍພັກຮາກຖານ ພາຍໃຕ້ການຊີ້ນຳ-ນໍາພາຂອງ ອົງຄະນະພັກກະຊວງຍຸຕິທຳ ໃນໜຶ່ງເດືອນຜ່ານມາ ເຫັນໄດ້ຜົນງານທີ່ພົ້ນເດັ່ນ ດັ່ງນີ້:

  1. ສະພາບການເມືອງ-ແນວຄິດຂອງສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນກະຊວງ ມີຄວາມສະຫງົບອຸ່ນອ່ຽນດີ ຊຶ່ງວຽກງານທີ່ເປັນຂະບວນການພົ້ນເດັ່ນຂອງອົງຄະນະພັກກະຊວງ ແມ່ນແຕ່ລະໜ່ວຍ ພັກຮາກຖານ ໄດ້ສຸມໃສ່ການເປີດບັ້ນດຳເນີນກວດກາຕີລາຄາຈັກແບ່ງປະເພດໜ່ວຍພັກ, ສະມະຊິກພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2016 ເພື່ອປັບປຸງປົວແປງ ແລະ ກໍ່ສ້າງພາຍໃນໜ່ວຍພັກ ທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາ ແລະ ດ້ານວຽກງານກໍ່ສ້າງພັກ-ພະນັກງານ ປັດຈຸບັນໄດ້ສຳເລັດ 8 ແລ້ວໜ່ວຍພັກ, ຍັງເຫຼືອອີກ 5 ໜ່ວຍພັກ ກຳລັງສືບຕໍ່ດຳເນີນຢູ່ ແລະ ຈະສຳເລັດຕາມແຜນການໃນຕົ້ນເດືອນກັນຍາ 2016 ໂດຍປະຕິບັດຕາມຂໍ້ກຳນົດຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ ກມສພ, ລົງວັນທີ 20 ເມສາ 2004; ຂໍ້ກຳນົດ ສະບັບເລກທີ 03/ກມສພ, ລົງວັນທີ 13/8/2004; ບົດແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 374/ຄຈສພ, ລົງວັນທີ 06 ກໍລະກົດ 2004; ແລະ ມະຕິຂອງຄະນະພັກກະຊວງ ຍຸຕິທຳ ສະບັບເລກທີ 115/ຄພ.ກຍ, ລົງວັນທີ 27 ກໍລະກົດ 2016 ວ່າດ້ວຍການອະນຸມັດບັ້ນດຳເນີນການຕີລາຄາແບ່ງປະເພດໜ່ວຍພັກ, ສະມາຊິກພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປີ 2016;
  2. ໄດ້ຄົ້ນຄວ້າປັບປຸງດຳລັດນາຍົກລັດຖະມົນຕີ ເລກທີ 404/ນຍ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງຍຸຕິທຳ; ແລະ ແຕ່ລະໜ່ວຍພັກ ໄດ້ສຸມໃສ່ການນໍາພາປັບປຸງຂໍ້ຕົກລົງຂອງລັດຖະມົນຕີວ່າ ການກະຊວງຍຸຕິທຳ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງການ, ບັນດາກົມ, ສະຖາບັນ ແລະ ສູນ ໃຫ້ສຳເລັດຕາມແຜນການ;
  3. ສືບຕໍ່ການປັບປຸງກົດໝາຍ ແລະ ກໍ່ສ້າງກົດໝາຍໃໝ່ ຕາມແຜນການ;
  4. ແຕ່ລະໜ່ວຍພັກຮາກຖານ ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານໃໝ່ ຄືການສ້າງ ແລະ ຜະລິດລາຍການໂທລະພາບກະຊວງຍຸຕິທຳ “ເພື່ອສັງຄົມຍຸຕິທຳ” ເພື່ອເຜີຍແຜ່ກົດໝາຍ ແລະ ວຽກງານລວມ ຂອງກະຊວງ, ຊຶ່ງອອກອາກາດທຸກວັນອາທິດ ເວລາ 20:00-20:30 ໂມງ ອອກອາກາດໜຶ່ງຄັ້ງຕໍ່ອາທິດ, ລວມເປັນສີ່ຄັ້ງຕໍ່ເດືອນ;
  5. ເອົາໃຈໃສ່ນຳພາວຽກງານອົງການຈັດຕັ້ງມະຫາຊົນ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນໃນເດືອນສິງຫາ ເຊັ່ນ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 25 ປີ ແລະ ຂະບວນການອອກແຮງງານ ລວມ;
  6. ເອົາໃຈໃສ່ນໍາພາວຽກງານປ້ອງກັນຄວາມສະຫງົບພາຍໃນກະຊວງ ແລະ ບັນດາກົມໃຫ້ມີຄວາມສະຫງົບ;
  7. ສຳເລັດການສ້າງຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງອົງການທະບຽນສານ;
  8. ສຳເລັດການຄົ້ນຄວ້າສ້າງໂຮງພິມກະຊວງຍຸຕິທຳ ໂດຍການຮ່ວມທຶນກັບເອກະຊົນ;
  9. ນຳພາວຽກງານພົວພັນຮ່ວມມືກັບຕ່າງປະເທດ ເປັນຕົ້ນແມ່ນການກະກຽມໃຫ້ແກ່ກອງປະຊຸມວຽກງານຍຸຕິທຳກັບບັນດາແຂວງຊາຍແດນລາວ-ຫວຽດນາມ ຄັ້ງທີ III ທີ່ຈະຈັດຂຶ້ນທີ່ແຂວງແທ໋ງຮົ້ວ ສສ ຫວຽດນາມ. ການພົວພັນກັບບັນດາປະເທດ ແລະ ອົງການຈັດຕັ້ງສາກົນໃນຂົງເຂດຍຸຕິທຳ ກຳໄດ້ດຳເນີນເປັນປົກກະຕິ.

          ຕໍ່ກັບຜົນສະເລັດໃນການເຄື່ອນໄຫວວຽກງານດັ່ງກ່າວ ສະຫາຍ ຮອງເລຂາຄະນະພັກກະຊວງ ໄດ້ໃຫ້ທິດຊີີ້ນໍາວຽກງານຈຸດສຸມໃນເດືອນກັນຍາ ດັ່ງນີ້:

  1. ໃຫ້ແຕ່ລະໜ່ວຍພັກສືບຕໍ່ນຳພາທາງດ້ານການເມືອງ-ແນວຄິດພະນັກງານ, ສະມາຊິກພັກ ເປັນຕົ້ນ ແມ່ນການນຳພາທາງດ້ານແນວຄິດຕໍ່ການປັບປຸງການຈັດຕັ້ງ. ຄົ້ນຄວ້າສັບຊ້ອນຈັດວາງພະນັກງານ ຢູ່ແຕ່ລະກົມກອງເພື່ອຮັບປະກັນຄວາມສະຫງົບພາຍໃນ; ໃນຕົ້ນເດືອນກັນຍາ 2016 ແມ່ນຈະປັບປຸງຫົວໜ້າກົມ 3 ກົມ ໃຫ້ສຳເລັດ;
  2. ສືບຕໍ່ນຳພາບັ້ນດຳເນີນຊີວິດການເມືອງຕີລາຄາແບ່ງປະເພດໜ່ວຍພັກ, ສະມາຊິກພັກ ປະຈຳປີ 2016 ໃຫ້ສຳເລັດຕາມແຜນການ;
  3. ສືບຕໍ່ປັບປຸງພາລະບົດບາດຂອງກະຊວງ, ຫ້ອງການ, ບັນດາກົມ ໃຫ້ສຳເລັດໃນກັນຍານີ້; ພ້ອມທັງປະສານສົມທົບກັບກະຊວງພາຍໃນ ກ່ຽວກັບຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງຍຸຕິທຳທີ່ໄດ້ສະເໜີຕໍ່ລັດຖະບານແລ້ວ;
  4. ກະກຽມການດຳເນີນກອງປະຊຸມເປີດກວ້າງຂອງຄະນະພັກກະຊວງຍຸຕິທຳ ເພື່ອສະຫຼຸບການເຄື່ອນໄຫວຊີ້ນຳ-ນຳພາຂອງພັກ ໄລຍະ 4 ເດືອນ ຄືເລີ່ມແຕ່ເດືອນ ພຶດສະພາ ຫາ ເດືອນສິງຫາ 2016 ແລະ ວາງທິດທາງແຜນ ການໃນເດືອນກັນຍາ ຫາ ທັນວາ 2016;
  5. ເອົາໃຈໃສ່ນຳພາວຽກງານວິຊາສະເພາະຢູ່ແຕ່ລະກົມກອງ ໃຫ້ດຳເນີນຕາມແຜນການທີ່ວາງໄວ້; ສຳລັບການຄົ້ນຄວ້າສ້າງໂຮງພິມກະຊວງຍຸຕິທຳ ແມ່ນຈະນຳບັນຫາດັ່ງກ່າວປຶກສາຫາລືກັນໃນກອງປະຊຸມເປີດກວ້າງຄະນະພັກກະຊວງໃນຄັ້ງຕໍ່ໄປ;
  6. ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ ຮັບປະກັນຄວາມສະຫງົບພາຍໃນກະຊວງ ກໍຄືກົມກອງ ພ້ອມທັງປັບປຸງຄຸນນະພາບການປ້ອງກັນເວນຍາມຂອງແຕ່ລະຈຸປະຈຳການທີ່ໄດ້ແຕ່ງຕັ້ງແລ້ວ ໂດຍສົມທົບກັບເຈົ້າໜ້າທີ່ປ້ອງ ກັນກະຊວງ ປກສ. ຮັບປະກັນຄວາມສະຫງົບປອດໄພຕະຫຼອດໄລຍະເວລາດຳເນີນກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບໃນຕົ້ນເດືອນກັນຍານີ້;
  7. ເອົາໃຈໃສ່ກະກຽມການສອບເສັງຄັດເລືອກເອົານັກຮຽນເຂົ້າສະຖາບັນຍຸຕິທຳແຫ່ງຊາດ ແລະ ບັນດາພາກຕາມການອະນຸມັດຂອງກະຊວງສຶກສາທິການ ແລະ ກິລາ;
  8. ສືບຕໍ່ກະກຽມເນື້ອໃນກອງປະຊຸມວຽກງານຍຸຕິທຳບັນດາຊາຍແດນລາວ-ຫວຽດນາມ ຄັ້ງທີ III ທີ່ຈະຈັດຂຶ້ນທີ່ແຂວງແທ໋ງຮົ້ວ ສສ ຫວຽດນາມ;
  9. ສືບຕໍ່ວຽກງານໂຄສະນາຂະຫຍາຍພັກ ໃຫ້ຖືກຕາມກົດລະບຽບພັກ ແລະ ການແນະນຳຂອງຄະນະພັກກະຊວງ;
  10.  ຊີ້ນຳ-ນຳພາສາມອົງການຈັດຕັ້ງມະຫາຊົນ ສ້າງຂະບວນການຢ່າງຕໍ່ເນື່ອງ ແລະ ສອດຄ່ອງກັບສະພາບການຕົວຈິງ.

ກອງປະຊຸມຮັບສ່ອງແສງໄດ້ປິດລົງ ໃນ12:00 ໂມງ ຂອງວັນດຽວກັນ

 

ຂ່າວ ແລະ ພາບໂດຍ: ກົມໂຄສະນາອົບຮົມກົດໝາຍ

ປະເພດຂ່າວ: