ກອງປະຊຸມເຊື່ອມຊຶມເອກະສານກ່ຽວກັບການຕີລາຄາຄຸນນະພາບໜ່ວຍພັກ, ສະມາຊິກພັກ ແລະ ການສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2018

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ທັນວາ 2018 ຢູ່ທີ່ສະໂມສອນ ກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ສະຫາຍ ໄຊສີ ສັນຕີວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາເລຂາໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສຳຮອງພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ການເຊື່ອມຊຶມເອກະສານໃນຄັ້ງນີ້ ກໍເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຈິດໃຈຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2018. ຊຶ່ງການເຜີຍແຜ່ເອກະສານທີ່ສຳຄັນໃນຄັ້ງນີ້ລວມມີ ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ບົດແນະນຳຂອງຄະນະບໍລິຫານງານພັກກະຊວງ ສະບັບເລກທີ 223/ຄບພ.ກຍ ລົງວັນທີ 05 ທັນວາ 2018 ວ່າດ້ວຍ ການຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ບົດແນະນຳຂອງຄະນະບໍລິຫານງານພັກກະຊວງ ສະບັບເລກທີ 165/ຄບພ.ກຍ, ລົງວັນທີ 10 ສິງຫາ 2018 ກ່ຽວກັບການສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ພາຍຫຼັງໄດ້ຮັບຟັງການເຜີຍແຜ່ເອກະສານແລ້ວ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ມີການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ທັງນີ້ ກໍເພື່ອເຮັດໃຫ້ການກໍສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2018 ນີ້ ໄດ້ຮັບປະສິດທິຜົນຕາມຄາດ ໝາຍທີ່ວາງໄວ້.

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສຸກສາຄອນ ຈັນທະວຸດ.

ປະເພດຂ່າວ: