ກອງປະຊຸມເປີດກວ້າງປະກອບຄຳເຫັນໃສ່ (ຮ່າງ) ດຳລັດວ່າດ້ວຍການຊ່ວຍເຫຼືອລ້າທາງດ້ານກົດໝາຍ

     ກອງປະຊຸມເປີດກວ້າງປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ການຊ່ວຍເຫຼືອລ້າທາງດ້ານກົດໝາຍ ໄດ້ຈັດຂຶ້ນຢູ່ທີ່ ກະຊວງຍຸຕິທຳ ໃນລະຫວ່າງວັນທີ 26-27 ມິຖຸນາ 2017 ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະ ຊວງຍຸຕິທຳ, ມີ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ບັນດາທ່ານຄະນະກົມ, ຄະນະພະແນກ ແລະ ວິຊາການຂອງກະຊວງຍຸຕິທຳ ແລະ ບັນດາທ່ານຜູ້ຕາງໜ້າຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດເຂົ້າ ຮ່ວມ.

     ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຊຶ່ງເປັນການເປີດໂອກາດໃຫ້ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ມີສ່ວນຮ່ວມໃນການປະກອບຄຳຄິດຄຳເຫັນໃສ່ຮ່າງດຳລັດສະ ບັບດັ່ງກ່າວ ຊຶ່ງການສ້າງຮ່າງດຳລັດວ່າດ້ວຍ ການຊ່ວຍເຫຼືອລ້າທາງດ້ານກົດໝາຍສະບັບນີ້ ແມ່ນເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງກົດໝາຍວ່າ ດ້ວຍທະນາຍຄວາມ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງກັບການຊ່ວຍເຫຼືອລ້າທາງດ້ານກົດ ໝາຍ ແນໃສ່ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນຜູ້ທຸກຍາກ, ດ້ອຍໂອກາດ, ຜູ້ເສຍອົງຄະ ແລະ ບຸກຄົນ ທີ່ບໍ່ມີຄວາມສາມາດຊ່ວຍເຫຼືອຕົນເອງທາງດ້ານກົດໝາຍ ແລະ ທາງລະບົບຍຸຕິທຳ ໄດ້ເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳ ຢ່າງສະເໜີພາບ ແລະ ເທົ່າທຽມກັບທຸກໆດ້ານຕໍ່ໜ້າ.

     ໃນກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມີຄຳເຫັນເຈາະຈີ້ມຕໍ່ກອງປະຊຸມ ເປັນຕົ້ນ ການກຳນົດປະເພດການຊ່ວຍເຫຼືອລ້າທາງດ້ານກົດໝາຍ, ຜູ້ໄດ້ຮັບການຊ່ວຍເຫຼືອລ້າທາງດ້ານກົດໝາຍ, ຂັ້ນຕອນ ຫຼື ວິທີ ການຂໍຄວາມຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລະ ບັນຫາອື່ນໆ ເຫັນວ່າຄົບຖ້ວນ, ເໝາະສົມແລ້ວ ຫຼື ບໍ່?. ຈາກນັ້ນ ທ່ານ ປອ. ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ໄດ້ລາຍງານສະພາບການເຄື່ອນໄຫວສ້າງ ຮ່າງດຳລັດ ແລະ ການທາບທາມຄຳເຫັນໃນໄລຍະຜ່ານມາ. ຫຼັງຈາກນັ້ນຜູ້ເຂົ້າຮ່ວມໃນກອງປະຊຸມກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງດຳລັດສະບັບດັ່ງກ່າວດ້ວຍຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ຮ່າງດຳລັດວ່າ ດ້ວຍ ການຊ່ວຍເຫຼືອລ້າທາງດ້ານກົດໝາຍ ມີຄວາມລະອຽດຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມ.

ຂຽນຂ່າວ: ສີປະໄພ, ຖ່າຍພາບ ໂດຍ: ສຸກສາຄອນ, ອ່ອນຄຳ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: