ກອງປະຊຸມເຜີຍແຜ່ກ່ຽວກັບການອອກບັດພະນັກງານ-ລັດຖະກອນ.

ເພື່ອຈັດຕັ້ງປະຕິບັດ ຄຳສັ່ງສະບັບເລກທີ 55/ນຍ, ລົງວັນທີ 30 ທັນວາ 2016 ວ່າດ້ວຍ ມາດຕະການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍ ແລະ ຄຳສັ່ງສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍ ການປະຢັດລາຍຈ່າຍງົບປະມານຂອງລັດ ແລະ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1304/ຫສນຍ.ກຂລ ກ່ຽວກັບການອອກບັດພະນັກງານ-ລັດຖະກອນ.

ກະຊວງຍຸຕິທຳຈຶ່ງໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການອອກບັດພະນັກງານ-ລັດຖະກອນ ຂຶ້ນໃນຕອນເຊົ້າຂອງວັນທີ 3 ຕຸລາ 2018 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ ຈຳນວນ 219 ທ່ານ, ຍິງ 96 ທ່ານ.

ຈາກນັ້ນ, ທ່ານ ສຸວັນນີ ລັດຕະນະວົງ ຫົວໜ້າກົມຄຸ້ມຄອງພະນັກງານ-ລັດຖະກອນ ກະຊວງພາຍໃນ ໃຫ້ກຽດຂຶ້ນເຜີຍແຜ່ຄຳແນະນຳ ສະບັບເລກທີ 06/ພນ, ລົງວັນທີ 19 ຕຸລາ 2017 ວ່າດ້ວຍ ການອອກບັດພະນັກງານ-ລັດຖະກອນ ແລະ ເຜີຍແຜ່ປຶ້ມຄູ່ມື ສະບັບເລກທີ 179/ຄລກ, ລົງວັນທີ 23 ພຶດສະພາ 2018 ກ່ຽວກັບການປັບປຸງຂໍ້ມູນພະນັກງານ-ລັດຖະກອນໃຫ້ຖືກຕ້ອງຕາມລະບຽບການອອກບັດພະນັກງານ-ລັດຖະກອນ.

ການອອກບັດພະນັກງານ-ລັດຖະກອນ ເປັນບັນຫາໜຶ່ງທີ່ສຳຄັນ, ມີຜົນປະໂຫຍດຫຼາຍ ເພາະເປັນການຢັ້ງຢືນ ແລະ ກວດກາບັນຊີຈຳນວນພົນພະນັກງານ-ລັດຖະກອນຜູ້ທີ່ມີໜ້າ ຫຼື ບໍ່ມີໜ້າຕົວຈິງ ຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ, ຫັນການຄຸ້ມຄອງພະນັກງານ-ລັດຖະກອນ ຕາມກົດໝາຍ, ລະບຽບການ ແລະ ທັນສະໄໝ ເຮັດໃຫ້ການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຖືກຕ້ອງຕາມຕົວຈິງ ແລະ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງພະນັກງານ-ລັດຖະກອນຂອງບັນດາກະຊວງ, ອົງການທຽບເທົ່າກະຊວງຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ມີຄວາມສະດວກ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງໃນຂອບເຂດທົ່ວປະເທດ. ນອກນັ້ນຍັງເປັນບ່ອນອີງໃນການປັບປຸງຂໍ້ມູນຂອງພະນັກງານ-ລັດຖະກອນ ລະຫວ່າງ ຖານຂໍ້ມູນລັດຖະກອນ ກັບຊີວະປະຫວັດລັດຖະກອນ ໃຫ້ຖືກຕ້ອງ, ຊັດເຈນຕາມລະບຽບການ ໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ, ຮັບປະກັນໃນການຮັກສາຖານຂໍ້ມູນຂອງພະນັກງານ-ລັດຖະກອນ ໃຫ້ມີຄວາມຖືກຕ້ອງຕາມຄວາມເປັນຈິງ ແລະ ຍືນຍົງ ແລະ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການອອກບັດພະນັກງານ-ລັດຖະກອນ ເຮັດໃຫ້ການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນບ່ອນອີງໃນການດຳເນີນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ຢ່າງຖືກຕ້ອງ ແລະ ເປັນລະບົບ, ແນະນຳໃຫ້ພະນັກງານ-ລັດຖະກອນຜູ້ຖືບັດ ແລະ ນຳໃຊ້ບັດ ມີຄວາມຮັບຮູ້ ແລະ ເຂົ້າໃຈໃນການນຳໃຊ້ບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ພາຍຫຼັງທີ່ໄດ້ຮັບຟັງການເຜີຍແຜ່ເອກະສານແລ້ວກໍໄດ້ມີການແລກປ່ຽນຄຳຄິດເຫັນຊຶ່ງກັນ ແລະ ກັນ ຢ່າງເປັນຂະບວນການຟົດຟື້ນ.

ໃນຕອນທ້າຍທ່ານປະທານກອງປະຊຸມກໍສະແດງຄວາມຂອບໃຈຕໍ່ ຫົວໜ້າກົມຄຸ້ມຄອງພະນັກງານ-ລັດຖະກອນ ກະຊວງພາຍໃນ ທີ່ໄດ້ໃຫ້ກຽດມາເຜີຍແຜ່ເອກກະສານສຳຄັນຕ່າງໆໃຫ້ແກ່ພະນັກງງານ-ລັດຖະກອນຂອງກະຊວງຍຸຕິທຳ ແລະ ຈະນຳໄປປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.

ຂ່າວ-ພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: