ກອງປະຊຸມເຜີຍແຜ່ມະຕິກອງປະຊຸມຂອງຄະນະບໍລິຫານງານແມ່ຍິງລາວ ຄັ້ງທີ 2 ແລະ ຄັ້ງທີ 3 ສະໄໝທີ VII ໃຫ້ສະຫະພັນແມ່ຍິງກະຊວງຍຸຕິທໍາ

     ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ກັນຍາ 2018 ຢູ່ທີ່ກະຊວງຍຸຕິທຳ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງ ກະຊວງຍຸຕິທຳ, ມີບັນດາຄະນະສະຫະພັນແມ່ຍິງກະຊວງ, ຕ່າງໜ້າຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ແລະ ສະມາຊິກເອື້ອຍນ້ອງແມ່ຍິງພາຍໃນກະຊວງຍຸຕິທຳ ເຂົ້າຮ່ວມຢ່າງພ້ອມພຽງ ຈຳນວນຜູ້ເຂົ້າຮ່ວມທັງໝົດ 97 ຄົນ.

     ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານທີ່ສຳຄັນເປັນຕົ້ນແມ່ນ ເນື້ອໃນຂໍ້ແຂ່ງຂັນ 3 ດີ, ແຈ້ງການສະບັບເລກທີ 590/ສສຍລ ລົງວັນທີ 3 ກັນຍາ 2018 ວ່າດ້ວຍ ການຈຳໜ່າຍຜ້າຕັດເສື້ອສີຟ້າຄາມ ແລະ ກາໝາຍຂອງສູນກາງສະຫະພັນແມ່ຍິງລາວ, ແຈ້ງການສະບັບເລກທີ 15/ສສຍລ ລົງວັນທີ 16 ກຸມພາ 2018 ວ່າດ້ວຍ ການລົງຕິດຕາມ, ຊຸກຍູ້ວຽກງານການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ, ຄໍາແນະນໍາ ສະບັບເລກທີ 487/ສສຍລ ລົງວັນທີ 24 ກໍລະກົດ 2018 ຂອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍ ການກະກຽມຈັດຕັ້ງດຳເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ-ອົງການ ແລະ ແຂວງ-ນະຄອນຫຼວງ, ເມືອງ ແລະ ຮາກຖານ, ພ້ອມທັງໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຂອງຄະນະບໍລິຫານງານແມ່ຍິງລາວ ຄັ້ງທີ 2 ແລະ ຄັ້ງທີ 3 ສະໄໝທີ VII ຊຶ່ງໄດ້ຍົກໃຫ້ເຫັນເຖິງຜົນງານໃນຫຼາຍດ້ານ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດວຽກງານການໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ການຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລີກ, ການຝຶກອົບຮົມວິຊາຊີບໃຫ້ແກ່ແມ່ຍິງ, ການປະເມີນບ້ານປະຕິບັດສິດສະເໝີພາບຍິງ-ຊາຍ, ສົ່ງເສີມ ແລະ ພັດທະນາເດັກ ປາສະຈາກການໃຊ້ຄວາມຮຸ່ນແຮງຕໍ່ແມ່ຍິງ ແລະ ເດັກ, ກົນໄກການປະສານງານວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດຂອງສະຫະພັນແມ່ຍິງລາວ, ພ້ອມດຽວກັນນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ກ່ຽວກັບ ມາດຖານເງື່ອນໄຂ, ຄວາມພ້ອມທີ່ຈະເປັນປະທານສະຫະພັນແມ່ຍິງກະຊວງ-ອົງການສະບັບເລກທີ 47/ສສຍລ ລົງວັນທີ 04 ມິຖຸນາ 2018 ອີກດ້ວຍ, ເພື່ອຄວາມເໝາະສົມ ແລະ ການເຄື່ອນໄຫວວຽກງານໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງ.

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ;    ພາບ:​ ສົມຫວັງ ບົວລະພັນ

ປະເພດຂ່າວ: