ກອງປະຊຸມແນະນໍາວຽກງານຍຸຕິທຳຮາກຖານ ໃຫ້ແກ່ນັກສຶກສາກົດໝາຍປີ 3 ຢູ່ສະຖາບັນຍຸຕິທຳພາກກາງ ແຂວງສະຫວັນນະເຂດ

ເພື່ອປະຕິບັດຕາມຄຳແນະນໍາຂອງລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບການຈັດຕັ້ງປະຕິບັດຂະບວນການຍຸຕິທຳຮາກຖານ ປະຈຳປີ 2019 ຢູ່ທີ່ສະຖາບັນຍຸຕິທຳພາກກາງ ແຂວງ ສະຫວັນນະເຂດ ໄດ້ເປີດກອງປະຊຸມແນະນໍາວຽກງານຍຸຕິທຳຮາກຖານໃຫ້ແກ່ນັກສຶກສາກົດໝາຍ ປີ 3 (ປີສຸດທ້າຍ) ຂຶ້ນໃນລະຫວ່າງວັນທີ 9-10 ມັງກອນ 2019 ໂດຍການເປັນປະທານຂອງ ທ່ານ ປອ ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ມີ ທ່ານ ສົມສະນິດ ດອນປະເສີດ ຫົວໜ້າສະຖາບັນຍຸຕິທຳພາກກາງ ແຂວງສະຫວັນນະເຂດ, ທ່ານ ສີວິໄຊ ປະສານພອນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ທ່ານ ນາງ ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານຜູ້ຕາງໜ້າຈາກສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາກົດໝາຍຂອງສະຖາບັນຍຸຕິທຳພາກກາງ ເຂົ້າຮ່ວມຈຳນວນ 221 ທ່ານ, ໃນນີ້ ມີນັກສຶກສາກົດໝາຍປີ 3 ຈຳນວນ 197 ທ່ານ, ຍິງ 76 ທ່ານ.

ໃນກອງປະຊຸມ ທ່ານ ຄຳຫຼ້າ ພິມມະລາດ ຫົວໜ້າຂະແໜງຈັດຕັ້ງພະນັກງານ ຂອງສະຖາບັນຍຸຕິທຳພາກກາງ ໄດ້ກ່າວເຖິງຈຸດປະສົງຂອງກອງປະຊຸມແນະນຳຄັ້ງນີ້ວ່າ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 46/ນຍ, ລົງວັນທີ 29 ກັນຍາ 2009 ກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ວຽກງານຍຸຕິທຳຮາກຖານ ໃຫ້ມີຄຸນນະພາບ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ; ເພື່ອກະກຽມເງື່ອນໄຂ ແລະ ວຽກງານຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານປະຈຳປີ 2019; ພ້ອມທັງ ສືບຕໍ່ປັບປຸງແບບແຜນວິທີເຮັດວຽກຂອງຂະແໜງຍຸຕິທຳໃຫ້ດີຂຶ້ນກວ່າເກົ່າ ແລະ ປະສານສົມທົບກັບພາກສ່ວນຕ່າງໆຢ່າງກົມກຽວ ເພື່ອຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານປະຈຳປີ 2019 ໃຫ້ໄດ້ຮັບຜົນດີກວ່າເກົ່າ ແລະ ເຮັດໃຫ້ວຽກງານຍຸຕິທຳ ໃຫ້ກາຍເປັນຂະບວນການລວມ ເພື່ອຂໍ່ານັບຮັບຕ້ອງກອງປະຊຸມສາມຂັ້ນຂອງພັກ.

ໃນກອງປະຊຸມ ນັກສຶກສາກົດໝາຍປີສຸດທ້າຍ ໄດ້ຮັບຟັງການສະເໜີກ່ຽວກັບຈຸດປະສົງ, ຄາດໝາຍສູ້ຊົນຂອງວຽກງານຍຸຕິທຳຮາກຖານ ປະຈຳປີ 2019 ຊຶ່ງໃນນີ້ໄດ້ເນັ້ນໜັກ 5 ວຽກງານສຳຄັນ ຄື: 1) ວຽກງານສຶກສາອົບຮົມ, ໂຄສະນາເຜີຍແຜ່ ສ້າງສະຕິເຄົາລົບກົດໝາຍ; 2) ວຽກງານສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ; 3) ວຽກງານສ້າງ ແລະ ປັບປຸງຄະນະໜ່ວຍແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ; 4) ວຽກງານຍຸຕິທຳເດັກ ແລະ 5) ວຽກງານສ້າງບຸກຄະລາກອນກົດໝາຍ ໃຫ້ຮາກຖານບ້ານ, ກຸ່ມບ້ານ ແລະ ໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍ ຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມທັງ ໄດ້ຮຽນຮູ້ກ່ຽວກັບເຕັກນິກວິທີການໂຄສະນາເຜີຍແຜ່ກົດໝາຍ ທີ່ຕິດພັນກັບການດຳລົງຊີວິດປະຈຳວັນຂອງປະຊາຊົນບັນດາເຜົ່າ, ກົດໝາຍອື່ນທີ່ກ່ຽວຂ້ອງ ແລະ ການແນະນໍາວິທີການເຂົ້າເຖິງຂໍ້ມູນ-ຂ່າວສານທາງດ້ານກົດໝາຍ ຂອງກະຊວງຍຸຕິທຳ, ການເຂົ້າຮ່ວມວຽກງານສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ, ການເຂົ້າຮ່ວມການປັບປຸງວຽກງານຄະນະໜ່ວຍໄກ່ເກ່ຍຂັ້ນບ້ານ ແລະ ວຽກງານອື່ນໆ. ທັງໝົດນັ້ນ ເພື່ອສ້າງຄວາມເຂົ້າໃຈ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ນັກສຶກສາກົດໝາຍປີສຸດທ້າຍ ໄດ້ເຂົ້າຮ່ວມຂະບວນການດັ່ງກ່າວຢ່າງຟົດຟື້ນ; ຊຶ່ງນັກສຶກສາກົດໝາຍປີສຸດທ້າຍ ຈະໄດ້ລົງຈັດຕັ້ງປະຕິບັດ ເລີ່ມແຕ່ວັນທີ 15 ມັງກອນ ເຖິງເດືອນ ມີນາ 2019 ຢູ່ 3 ແຂວງ ຄື: ແຂວງ ສະຫວັນນະເຂດ, ຄຳມ່ວນ ແລະ ສາລະວັນ.

ຕອນທ້າຍຂອງກອງປະຊຸມ ທ່ານ ປະທານກອງປະຊຸມ ໄດ້ກ່າວວ່າ ຂໍໃຫ້ນັກສຶກສາກົດໝາຍປີສຸດທ້າຍ ຈົ່ງກະກຽມຄວາມພ້ອມທຸກດ້ານ ພ້ອມທັງປະສານສົມທົບກັບຄະນະຮັບຜິດຊອບຂອງບັນດາຫ້ອງການຍຸຕິທຳເມືອງ ເພື່ອລົງຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ແລະ ໃຫ້ຄວາມຊ່ວຍເຫຼືອແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ໃນຂອບເຂດເມືອງທີ່ຕົນຮັບຜິດຊອບ ພ້ອມທັງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງດ້ານຕ່າງໆ ດ້ວຍການເຂົ້າຮ່ວມທຸກຂະບວນການຂອງວຽກງານຍຸຕິທຳຮາກຖານ ໃຫ້ມີຜົນສຳເລັດສູງ.

ຂຽນຂ່າວ-ຖ່າຍພາບ: ສື່ມວນຊົນ ກະຊວງຍຸຕິທຳ

ປະເພດຂ່າວ: