ກະຊວງຍຸຕິທຳ ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລືຮ່າງກົດໝາຍວ່າດ້ວຍອົງການກາແດງລາວ

     ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລືຮ່າງກົດໝາຍວ່າດ້ວຍອົງການກາແດງລາວ ໃນວັນທີ 9 ມັງກອນ 2017 ໂດຍການເປັນປະທານຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າກົມ, ພະແນກ ແລະ ພະນັກງານວິຊາການຂອງກົມກົດໝາຍ ກະຊວງຍຸຕິທຳ, ອົງການກາແດງ ລາວ, ຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ສະພາແຫ່ງຊາດ ເຂົ້າຮ່ວມ.

       ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍອົງການກາແດງລາວ ຊຶ່ງເປັນຮ່າງກົດໝາຍທີ່ສ້າງໃໝ່ ໃຫ້ມີເນື້ອໃນຄົບຖ້ວນຂຶ້ນຕື່ມ. ໃນກອງປະຊຸມ ຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ ກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ. ເນື້ອໃນກົດໝາຍ ປະກອບມີ 12 ພາກ, 7 ໝວດ ແລະ 74 ມາດຕາ ຊຶ່ງໄດ້ກຳນົດຫຼັກການ, ລະບຽບ ການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມກວດກາວຽກງານກາແດງ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມໜັກແໜ້ນເຂັ້ມແຂງ, ມີປະສິດທິພາບ ແລະ ປະສິດທິຜົນ ແນ ໃສ່ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ແກ່ສັງຄົມ ໃຫ້ທີຄວາມວ່ອງໄວ ແລະ ທົ່ວເຖິງຍິ່ງຂຶ້ນ.

ຂ່າວ: ສີປະໄພ        ພາບ: ສົມຫວັງ

ປະເພດຂ່າວ: