ກະຊວງຍຸຕິທຳ ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດ ໂຄງການສະໜັບສະໜູນ ການຈັດຕັ້ງປະຕິບັດແຜນແມ່ບົດສ້າງລັດທີ່ປົກຄອງດ້ວຍກົດໝາຍ

     ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 17 ມັງກອນ 2018 ທີ່​ກະ​ຊວງ​ຍຸຕິ​ທຳ ​ໄດ້ຈັດ​ກອງ​ປະຊຸມ​ສະຫຼຸບຜົນ​ການຈັດ​ຕັ້ງ​ປະຕິບັດ ​ໂຄງການ​ສະໜັບສະໜູນການຈັດ​ຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ສ້າງ​ລັດ​ທີ່​ປົກຄອງ​ດ້ວຍ​ກົດໝາຍຂື້ນ ​ໂດຍ​ການ​ເປັນ​ປະທານ ຂອງ​ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ , ມີ​ທ່ານ ນາງ ຄາຣີນ່າ ອີ​ໂມ​ເນັ້ນ ຜູ້ຕາງໜ້າຈາກ​ອົງການ ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ, ມີ​ບັນດາຫົວໜ້າ-​ຮອງຫົວໜ້າຫ້ອງການ, ກົມ, ສູນ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ, ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ຂອງ​ໂຄງການ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

     ​ໃນ​ພິທີ ທ່ານ ນະ​ລົງ​ລິດ ນໍລະ​ສິງ ຫົວໜ້າກົມ​ກວດກາ ​ແລະ ປະ​ເມີນ​ຜົນ​ນິຕິ​ກຳ, ທັງ​ເປັນ​ຫົວໜ້າກອງ​ເລຂາ ​ໂຄງການສະໜັບສະໜູນການຈັດ​ຕັ້ງ​ປະຕິບັດ​ແຜນ​​ແມ່​ບົດ​ສ້າງ​ລັດ​ທີ່​ປົກຄອງ​ດ້ວຍ​ກົດໝາຍ (SPLSMP) ​ໄດ້​ຂື້ນ​ຜ່ານ​ບົດ​ລາຍ​ງານໂຄງການ​ສະໜັບສະໜູນ ການຈັດ​ຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ສ້າງ​ລັດ​ທີ່​ປົກຄອງ​ດ້ວຍ​ກົດໝາຍ ຊື່​ງ​ໂຄງການ​ດັ່ງກ່າວ​​​ແມ່ນ​ໄດ້​ຖືກ​ຮັບຮອງ ​ແລະ ​ເລີ່​ມຈັດ​ຕັ້ງ​ປະຕິບັດ​ໃນ​ຕົ້ນ​ເດືອນ​ ມັງກອນ ປີ 2014 - ​ເດືອນ​ ມິຖຸນາ ປີ 2017 ຕະຫຼອດ​ລະຍະ​ດັ່ງກ່າວໂຄງການ ​ໄດ້​ປະກອບສ່ວນ​​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຂອງ​ຂະ​ແໜງກົດໝາຍ ​ແລະ ຍຸຕິ​ທຳ ຂອງ ສປປ ລາວ​ ຢ່າງຫຼວງຫຼາຍ​ໂດຍ​ຜ່ານການ​ເຄື່ອນ​ໄຫວ​ບັນດາ​ກິດຈະກຳຕ່າງໆຂອງ​ໂຄງການ.

     ພ້ອມ​ດຽວກັນ​ນັ້ນ​​ໃນ​ກອງປະຊຸມຍັງ​ໄດ້ຕົກລົງ​ສືບ​ຕໍ່ ​ໂຄງການ​​ເປັນລະຍະ​ທີ​ສອງ ​ໂດຍ​ໃສ່​ຊື່​ວ່າ ​ໂຄງການ​ສະໜັບສະໜູນທາງ​ດ້ານ​ຍຸ​ດທະ​ສາດ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ປົກຄອງ​ລັດ​ດ້ວຍ​ກົດໝາຍຢູ່ ສປປ ລາວ ( 3S-RO) ຊື່​ງ​ໄດ້​ເລີ່​ມຈັດ​ຕັ້ງ​ປະຕິບັດມາ​ແຕ່​ເດືອນ​ສິງ​ຫາ ປີ 2017  ​ແລະ ຈະສີ້​ນສຸດ​ ໃນ​ເດືອນ ​ສິງຫາ ປີ 2021 ​ໃນ​ນັ້ນມີ​ຫ້າ​ແຜນ​ງານ​ໃຫຍ່ ​​ເປັນ​ຕົ້ນ: ການ​ຍົກ​ລະດັບ​ການ​ເຂົ້າ​ເຖິງ​ຂະ​ບວນການ​ຍຸຕິ​ທຳ ​ແລະ ການ​ບໍລິການ​ທາງ​ດ້ານ​ກົດໝາຍຂອງ​ປະຊາຊົນ, ສົ່ງ​ເສີມ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ ​ກ່ຽວກັບ ​ສິດ ​ແລະ ພັນທະ​ຕໍ່ໜ້າກົດໝາຍຂອງ​ປະຊາຊົນ ​ແລະ ​ເຮັດ​ໃຫ້ ສປປ ລາວ ກາຍ​ເປັນ​ລັດ​ທີ່​ມີ​ລະບົບ​ກົດໝາຍຄົບ​ຊຸດ ​ເພື່ອ​ປະກອບສ່ວນ​ໃນ​ການ​ສ້າງ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍ ພ້ອມນຳ​ເອົາ​ຄວາມ​ຍຸຕິ​ທຳ​ມາສູ່​ສັງຄົມ.

ຂ່າວ: ອອ່ນຄຳ ພາບ ສົມ​ຫວັງ

ປະເພດຂ່າວ: