ກະຊວງຍຸຕິທຳ ຈັດຝຶກອົບຮົມກ່ຽວກັບ ການຕິດຕາມກວດກາ ແລະ ປະເມີນຜົນໂຄງການ ທີ່ໂຮງແຮມ ແກຣນລີເວີຊາຍ ເມືອງ ວັງວຽງ ແຂວງ ວຽງຈັນ.

ໃນລະຫວ່າງວັນທີ 19-20 ກັນຍາ 2019 ຜ່ານມານີ້ ທີ່ໂຮງແຮມ ແກຣນລີເວີຊາຍ ເມືອງວັງວຽງ ແຂວງວຽງຈັນ ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມກ່ຽວກັບ ການຕິດຕາມກວດກາ ແລະ ປະເມີນຜົນໂຄງການ ໂດຍການເປັນປະທານຂອງທ່ານ ເກດສະໜາ ພົມມະຈັນ ຫົວໜ້າກົມຮ່ວມມືສາກົນ, ເຂົ້າຮ່ວມມີທ່ານ ເຣັກຈີນາດສ ພາສ໌ທຣານາ ຫົວໜ້າທີ່ປຶກສາດ້ານວິຊາການ ໂຄງການລາວ/031, ມີບັນດາຄູອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມທັງໝົດ ຈຳນວນ 45 ທ່ານ, ຍິງ 17 ທ່ານ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ ກະຊວງຍຸຕິທຳ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບບັນດາຂັ້ນຕອນ, ວິທີການຕ່າງໆ ໃນການຕິດຕາມ ແລະ ປະເມີນຜົນໂຄງການ ໂດຍສະເພາະ ແມ່ນບັນດາເຄື່ອງມື ແລະ ເຕັກນິກໃນການເກັບກຳຂໍ້ມູນ ຊຶ່ງຕະຫຼອດໄລຍະຂອງການຝຶກອົບຮົມ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຕັ້ງໃຈສຶກສາຄົ້ນຄວ້າຮໍ່າຮຽນ, ສົນທະນາແລກປຽ່ນປະກອບຄຳຄິດຄຳເຫັນ ນໍາຄູອາຈານ, ຜູ້ຊ່ຽວຊານ ຢ່າງກົງໄປກົງມາ ເພື່ອແນໃສ່ເຮັດໃຫ້ວຽກງານຕິດຕາມ ແລະ ປະເມີນຜົນໂຄງການສາມາດດຳເນີນໄປຢ່າງຖືກຕ້ອງຕາມແຜນການເຄື່ອນໄຫວທີ່ກຳນົດໄວ້ໃຫ້ມີປະສິດທິຜົນສູງ.
ໃນຕອນທ້າຍຂອງການຝຶກອົບຮົມກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມທັງໝົດຈຳນວນ 45 ທ່ານ ຍິງ 17 ທ່ານ, ໃຫ້ກຽດມອບໂດຍທ່ານ ເຣັກຈີນາດສ ພາສ໌ທຣານາ ຫົວໜ້າທີ່ປຶກສາດ້ານວິຊາການ ໂຄງການລາວ/031

ຂຽນຂ່າວ: ອ່ອນຄຳ ໄຊຍະວົງ; ພາບ: ສົມຫວັງ ບົວລະພັນ

ປະເພດຂ່າວ: