ກະຊວງຍຸຕິທຳ ຈັດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ວຽກງານກວດກາ

   ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ່ 29 ສິງຫາ 2016 ຢູ່ທີ່​ສະ​ຖາ​ບັນ​ຍຸຕິ​ທໍາແຫ່ງ​ຊາດ ກະຊວງ​ຍຸຕິ​ທໍາ ​ໄດ້​ຈັດຊຸດຝຶກ​ອົບຮົມວຽກງານ​​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ​ແລະ ວຽກງານ​ກວດກາຂຶ້ນ ​ໂດຍ​ເປັນກຽດ​ເຂົ້າ​ຮວ່ມ​ເປັນ​ປະທານຂອງ ​ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ບັນດາຄະນະ​ພັກ​, ຄະນະ​ນຳກະຊວງ​ຍຸຕິ​ທຳ, ຜູ້ຕາງໜ້າ​ພະ​ແນ​ກຍຸຕິ​ທຳ​​ທົ່ວ​ປະ​ເທດ ​ ​ແລະ ພາກ​ສວ່ນກຽ່ວຂ້ອງ​ເຂົ້າ​ຮວ່ມທັງໝົດ 92 ທ່ານ.

    ໃນ​ພິທີ ທ່ານ​ ແສງ​ພະຈັນ ວົງ​ໂພ​ທອງ ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ທັງ​ເປັນ​ຄະນະ​ຮັບຜິດຊອບຝຶກ​ອົບຮົມ ​ໄດ້​ຂຶ້ນ​ຜ່ານ​ບົດ​ໂຄງການ​ຝຶກ​ອົບຮົມ ​ໂດຍ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ຈຸດປະສົງ​ຂອງ​ການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​ ກໍ​ເພື່ອ​​​ຍົກລະດັບ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊີ່ງໃຫ້ແກ່ນັກສຳມະນາກອນຕໍ່​ກັບ​ວຽກງານ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ​​ແລະ ​ວຽກງານ​ກວດກາ ເປັນ​ຕົ້ນ ແມ່ນ​ຄວາມ​ຮູ້​ພື້ນຖານ​ກຽ່ວຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດ ຖະກິດ, ການ​ດຳ​ເນີນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ, ຄວາມ​ຮູ້​ພື້ນຖານ​ກຽ່ວກັບ​ວຽກງານ​ກວດກາ​ພັກ ​ແລະ ກວດກາ​ລັດ​ ເພື່ອສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ ​ເຮັດ​ໃຫ້ນັກ​ສຳ​ມະ​ນາກ​ອນສາມາດກຳ​ແໜ້ນບັນດາຫຼັກການ, ລະບຽບການ ​ແລະ ມາດ​ຕະການ ກຽ່ວກັບ​ການຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ດ້ານ​ວຽກງານ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ​ແລະ ວຽກງານ​ກວດກາ.  

   ຫຼັງຈາກ​ນັ້ນ ​ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນ​ຕີກະຊວງ​ຍຸຕິ​ທຳ ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມຕໍ່​ຊຸດ​ຝຶກ​ອົບຮົມ​ ຊື່​ງທ່ານ​ໄດ້​ຍົກ​ໃຫ້​ເຫັນ​ຄວາມໝາຍ ​ແລະ ຄວາມ​ສຳຄັນ​ໃນ​ການ​​​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ​ແລະ ທ່ານ​​ໄດ້ເນັ້ນໜັກ​ໃຫ້​ຜູ້​ເຂົ້າ​ຮວ່ມຝຶກ​ອົບຮົມ​ທຸກ​ຄົນ ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ, ​​ເປັນ​ເຈົ້າ​ການ​ໃນ​ການ​ເອົາ​ໃຈ​ໃສ່​ສຶກສາ​ຄົ້ນຄວ້າ​ຮ່ຳຮຽນ ພ້ອມ​ທັງ​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຮັດ​ໃຫ້ການ​ຝຶກ​ອົບຮົມ​ໄດ້​ຮັບ​ຜົນສຳ​ເລັດ​ຕາມ​ລະດັບ​ຄາດໝາຍ ​ແລະ ​ແຜນການ​ທີ່​ວາງ​ໄວ້ ການ​ຝຶກ​ອົບ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ຈົນ​​ເຖິງວັນ​ທີ 9 ກັນ​ຍາ 2016 ຈຶ່ງຈະ​ປິດ​ລົງ.

 ຂ່າວໂດຍ:​ ອ່ອນຄຳ, ພາບໂດຍ: ວຽງໄຊ

ປະເພດຂ່າວ: