ກະຊວງຍຸຕິທຳ ຮ່ວມກັບ ກະຊວງການເງິນ ຈັດກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ

    ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ ໄດ້ຈັດຂຶ້ນທີ່ຫ້ອງປະຊຸຸມຂອງກະຊວງຍຸຕິທຳ ໃນຕອນເຊົ້າຂອງວັນທີ 30 ມັງກອນ 2018. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ນ. ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການກົດໝາຍຂອງສອງກະຊວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
    ການຄຸ້ມຄອງໜີ້ສິນສາທາລະນະ ແມ່ນການຈັດຕັ້ງປະຕິບັດມາດຕະການກ່ຽວກັບວຽກງານໜີ້ສິນສາທາລະນະ ແລະ ການນຳໃຊ້ແຫຼ່ງທຶນໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ສັນຍາ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເງິນ ແລະ ເສດຖະກິດແຫ່ງຊາດ. ສຳລັບຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ ແມ່ນໄດ້ນຳເຂົ້າທາບທາມຄຳເຫັນຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ຜ່ານມາ ແລະ ຈະນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ຈະເປີດຂຶ້ນໃນທ້າຍເດືອນ ເມສາ ຫາ ພຶດສະພາ ທີ່ຈະມາເຖິງນີ້,ຊຶ່ງໄດ້ປັບປຸງຮ່າງກົດໝາຍຈາກ 14 ພາກ, 4 ໝວດ, 70 ມາດຕາ ມາເປັນ 12 ພາກ, 7 ໝວດ, 74 ມາດຕາ ແລະ ໄດ້ຄົ້ນຄວ້າຕັດອອກ, ກຳນົດເພີ່ມ ແລະ ສັບຊ້ອນເນື້ອໃນຂອງບາງມາດຕາ ມາເປັນມາດຕະການສະເພາະຕື່ມ ເພື່ອໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບດັ່ງກ່າວນີ້ ມີຄວາມຄົບຖ້ວນ, ສົມບູນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນພາກປະຕິບັດຕົວຈິງ.

ຂ່າວ: ສີປະໄພ, ພາບ: ສຸກສາຄອນ
 

ປະເພດຂ່າວ: