ກະຊວງຍຸຕິທໍາ ເປີດຊຸດຝຶກອົບຮົມວຽກງານການສ້າງນິຕິກໍາ

ໃນຕອນເຊົ້າຂອງວັນທີ 24 ທັນວາ 2018 ທີ່ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມວຽກງານການສ້າງນິຕິກໍາຂຶ້ນ ໂດຍການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງກົມ, ສູນ, ສະຖາບັນຍຸຕິທຳແຫ່ງຊາດ ຕະຫຼອດຮອດຜູ້ເຂົ້າຮ່ວມຝຶກອົບຮົມຈາກຫ້ອງວ່າການປົກຄອງນະຄອນຫຼວງ, ພະແນກຍຸຕິທໍານະຄອນຫຼວງ, ຫ້ອງວ່າການປົກຄອງແຂວງ ແລະ ພະແນກຍຸຕິທຳແຂວງທົ່ວປະເທດເຂົ້າຮ່ວມລວມທັງໝົດ 54 ທ່ານ, ຍິງ 7 ທ່ານ

ພິທີເປີດຊຸດຝຶກອົບຮົມດັ່ງກ່າວເປັນການສົມທົບກັນລະຫວ່າງ ສະຖາບັນຍຸຕິທຳແຫ່ງຊາດ ແລະ ກົມກົດໝາຍໄດ້ສ້າງໂຄງການຝຶກອົບຮົມການສ້າງນິຕິກໍາ ສົກປີ 2018 ໃຫ້ແກ່ພະນັກງານທີ່ຮັບຜິດຊອບວຽກງານການສ້າງນິຕິກໍາໃນຂອບເຂດທົ່ວປະເທດ ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບໃຫ້ພະນັກງານທີ່ຮັບຜິດຊອບວຽກງານການສ້າງນິຕິກໍາ ຜູ້ທີ່ຍັງບໍ່ທັນໄດ້ຜ່ານການຝຶກອົບຮົມ ແລະ ຜູ້ທີ່ເຄີຍຜ່ານການຝຶກອົບຮົມໃຫ້ເຫັນໄດ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ, ໜ້າທີ່ຂອງຕົນ ໃຫ້ກາຍເປັນພະນັກງານທີ່ມີຄວາມຮູ້, ຄວາມສາມາດໃນການສ້າງນິຕິກໍາ ທີ່ມີຄວາມໜັກແໜ້ນທາງດ້ານວິຊາການ, ເພື່ອເພີ່ມຄວາມຮັບຮູ້, ຄວາມເຂົ້າໃຈກ່ຽວກັບທັກສະການຄົ້ນຄວ້າ ແລະ ການສ້າງນິຕິກໍາຕ່າງໆ ໃຫ້ມີຄວາມຖືກຕ້ອງຕາມຂັ້ນຕອນ ແລະ ສອດຄ່ອງກັບກົດໝາຍ, ເພື່ອເຮັດໃຫ້ພະນັກງານ ທີ່ຮັບຜິດຊອບວຽກງານການສ້າງນິຕິກໍາມີຄວາມໜັກແໜ້ນ, ເຂັ້ມແຂງ, ມີລະບຽບແບບແຜນວິທີເຮັດວຽກ ພ້ອມທັງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃຫ້ໄດ້ເປັນຢ່າງດີ ແລະ ສາມາດໃຫ້ຄໍາປຶກສາທາງດ້ານກົດໝາຍກ່ຽວກັບວຽກງານການສ້າງນິຕິກໍາ ໄດ້ຢ່າງຖືກຕ້ອງຕາມຫຼັກການທີ່ໄດ້ກໍານົດໄວ້ຢູ່ໃນກົດໝາຍວ່າດ້ວຍ ການສ້າງນິຕິກໍາ

ຂ່າວ-ພາບ: ຂົນ ບຸນທິສານ

ປະເພດຂ່າວ: