ທ່ານປະທານສະພາແຫ່ງຊາດ ໂອ້ລົມ ແລະ ໃຫ້ທິດຊີ້ນຳ ຂົງເຂດວຽກງານຍຸຕິທຳທົ່ວປະເທດ

     ເພື່ອເປັນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ໃນຂົງເຂດວຽກງານຍຸຕິທຳ ໃນລະຫວ່າງວັນທີ 18-19 ມັງກອນ 2018 ກະຊວງຍຸຕິທຳ ໄດ້ ຈັດກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2017 ຂຶ້ນ ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ;  ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ມີບັນດາຜູ້ຊີ້ນຳວຽກງານຍຸຕິທຳຂັ້ນແຂວງ, ນະຄອນຫຼວງວຽງຈັນ, ບັນດາຫົວໜ້າພະແນກຍຸຕິທຳທົ່ວປະເທດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນ​ພິທີ ຜູ້​​ແທນ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນຮັບ​ຟັງ​ບົດສະຫຼຸຸບການຈັດຕັ້ງປະຕິ​ບັດ​ວຽກງານຍຸຕິທຳ ປະຈຳປີ 2017 ທີ່ຜ່ານມາ ແລະ ທິດທາງ​ແຜນການຈຸດສຸມວຽກງານ​ຍຸຕິ​ທໍາ​ປະຈຳປີ 2018 ຊື່​ງສະ​ເໜີ​ໂດຍ ​ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຊຶ່ງໃນລະຍະຜ່ານມາ ຂະແໜງຍຸຕິທຳໄດ້ຕັ້ງໜ້າປະຕິບັດໜ້າທີ່ຕາມພາລະບົດບາດຢ່າງມີຜົນສຳເລັດ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານວຽກງານໃນຂົງເຂດຍຸຕິທຳໃນລະຍະຜ່ານມາ ໂດຍສະເພາະວຽກງານການເປັນເສນາທິການໃຫ້ແກ່ລັດຖະບານເພື່ອຄົ້ນຄວ້າ ແລະ ກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ, ວຽກງານການໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ສັງຄົມ, ການສົ່ງເສີມລະບົບຍຸຕິທຳ, ການກວດກາ ແລະ ການປະເມີນຜົນນິຕິກຳ, ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ການບໍລິການກົດໝາຍ ແລະ ຍຸຕິທຳ, ການຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນ ແລະ ການຮ່ວມມືກັບພາກພື້ນ ແລະ ສາກົນ. ຫຼັງຈາກ​ນັ້ນ ທ່ານ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳທີ່ສຳຄັນຕໍ່ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຊຶ່ງກ່ອນ​ອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຜົນງານທີ່ຄະນະພັກ-ຄະນະນຳ ຕະຫຼອດຮອດພະນັກງານ-ລັດຖະກອນຂອງຂະແໜງວຽກງານຍຸຕິທຳທົ່ວປະເທດທີ່ຍາດ​ມາ​ໄດ້​ໃນ​ລະຍະ​ຜ່ານ​ມາ ກໍ​ຄື​ການຕັ້ງໜ້າຈັດຕັ້ງປະຕິບັດພາລະບົດບາດໜ້າທີ່ຂອງຂະແໜງຍຸຕິທຳ ໃນການເປັນເສນາທິການຊ່ວຍລັດຖະບານ ໃນການຄຸ້ມຄອງລັດທາງດ້ານກົດໝາຍ ແລະ ວຽກງານຍຸຕິທຳໄດ້ເປັນຢ່າງດີ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພ້ອມດຽວກັນນັ້ນ ທ່ານປະທານສະພາແຫ່ງຊາດ ຍັງໄດ້ເນັ້ນບາງບັນຫາທີ່ສຳຄັນ ຊຶ່ງມີເນື້ອໃນບາງຕອນວ່າ: ໃຫ້ຄະນະພັກ, ຄະນະນຳ ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງເລີກເຊີ່ງ ໃນທຸກວຽກງານຂອງຂະແໜງການຍຸຕິທຳ, ສ້າງໃຫ້ພະນັກງານ-ລັດຖະກອນທຸກຄົນກາຍເປັນມືອາຊີບ, ເປັນຜູ້ຊຳນານງານ ແລະ ເປັນຜູ້ຊ່ຽວຊານສະເພາະດ້ານ, ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໜັ້ນຕໍ່ການນຳພາຂອງພັກ-ລັດ, ມີຄຸນສົມບັດສິນທຳປະຕິວັດ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມສັດຊື່ບໍລິສຸດ ແລະ ຍຸຕິທຳ, ເຮັດໃຫ້ນັກກົດໝາຍເປັນນັກກົດໝາຍທີ່ຍ່າງຢູ່ບົນໜ້າດີນຮ່ວມກັບປະຊາຊົນ ບໍ່ແມ່ນນັກກົດໝາຍທີ່ລອຍຢູ່ບົນອາກາດຫ່າງເຫີນຈາກປະຊາຊົນ. ສຶກສາອົບຮົມໃຫ້ທຸກຄົນມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ຕັ້ງໜ້າປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍດ້ວຍຄວາມຮັບຜິດຊອບ ແລະ ໃຫ້ມີຜົນສຳເລັດເປັນຢ່າງດີ; ສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ກົດໝາຍຢ່າງກ້ວາງຂວາງ ແລະ ທົ່ວເຖິງ. ທັງນໍາໃຊ້ພາຫະນະສື່ມວນຊົນຕ່າງໆ ນຳໃຊ້ໃນການໂຄສະນາເຜີຍແຜ່ໂດຍກົງຢູ່ຕາມໂຮງຮຽນ, ໂຮງໝໍ, ສຳນັກງານ-ອົງການ, ກົມກອງກຳລັງປະກອບອາວຸດ, ຮາກຖານບ້ານປະຊາຊົນ, ຕະຫຼອດຮອດຫົວໜ່ວຍທຸລະກິດຕ່າງໆ ໂດຍເອົາວຽກງານນີ້ຕິດພັນກັບວຽກງານສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຕາມ 04 ເນື້ອໃນ 04 ຄາດໝາຍ ທີ່ກົມການເມືອງສູນກາງພັກວາງອອກ, ປັບປຸງວຽກງານຍຸຕິທຳຮາກຖານ ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍຢູ່ໃນສັງຄົມໃຫ້ດີຂຶ້ນເປັນກ້າວໆ; ຈົ່ງ​ສືບ​ຕໍ່​ຮັດແໜ້ນ​​ຄວາມ​ສາ​ມັກ​ຄີ​ເປັນ​ປຶກ​ແຜ່ນ ແລະ​ ບົນ​ຈິດ​ໃຈບຸກ​ທະ​ລຸ: ​ກ້າ​ຄິດ, ກ້າ​ເຮັດ, ກ້າ​ຮັບ​ຜິດ​ຊອບ; ບັນ​ດາ​ສະ​ຫາຍ​ຈະ​ສຳ​ເລັດ​ໜ້າ​ທີ່, ທີ່​ພັກ ແລະ ​ປະ​ຊາ​ຊົນ​ມອບ​ໝາຍໃຫ້​ໄດ້ເປັນ​ຢ່າງ​ດີ, ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ ແລະ​ ພັດ​ທະ​ນາ​ປະ​ເທດ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​, ຕາມ​ທິດປະ​ຊາ​ຊົນ​ມີ​ຄວາມ​ຮັ່ງ​ມີ​ຜາ​ສຸກ, ປະ​ເທດ​ຊາດ​ມີ​ຄວາມ​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ສັງ​ຄົມ​ມີ​ຄວາມ​ສາ​ມັກ​ຄີ​ປອງດອງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ ແລະ​ສີ​ວິ​ໄລ.

 

ປະເພດຂ່າວ: