ພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ 6 ຂອງເມືອງຫາດຊາຍຟອງ

     ໃນວັນທີ 28 ເມສາ 2017 ທີ່ຜ່ານມາ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ 6 ຂຶ້ນ ຢູ່ທີ່ຫ້ອງວ່າການປົກຄອງເມືອງຫາດຊາຍຟອງ ພາຍໃຕ້ການເປັນປະ ທານຂອງ ທ່ານ ບຸນທາມ ພຸດທະວົງສາ ຄະນະພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ, ເຈົ້າເມືອງໆຫາດຊາຍຟອງ, ມີບັນດາຄະນະປະຈຳພັກເມືອງ, ຄະນະພັກເມືອງ, ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍເລຂາພັກບ້ານ, ນາຍບ້ານ, ຄູ, ອາຈານ ແລະ ສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີ ທ່ານ ບຸນເພັງ ກ້ານແກ້ວ ຫົວໜ້າຫ້ອງການຍຸຕິທຳເມືອງຫາດຊາຍຟອງ ໄດ້ຂຶ້ນຜ່ານບົດລາຍງານການປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ. ຜ່ານການຮຽນ-ການສອນເປັນເວລາ 3 ເດືອນຜ່ານມາສັງເກດຕີ ລາຄາໄດ້ວ່າ: ສຳມະນາກອນ ມີຄວາມຕື່ນຕົວ, ຫ້າວຫັນ ແລະ ຕັ້ງໃຈສຶກສາຮ່ຳຮຽນຈົນຍາດໄດ້ຜົນສຳເລັດຕາມລະດັບຄາດໝາຍ. ຈາກນັ້ນ ທ່ານ ບຸນທາມ ພຸດທະວົງສາ ຄະນະພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ, ເຈົ້າ ເມືອງໆຫາດຊາຍຟອງ ກໍໄດ້ມອບປະກາສະນີຍະບັດໃຫ້ແກ່ສຳມະນາກອນທີ່ສຳເລັດການຮຽນ. ຫຼັງຈາກນັ້ນ ທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ກໍໄດ້ມອບໃບຍ້ອງຍໍໃຫ້ແກ່ສຳມະນາ ກອນຜູ້ທີ່ຮຽນດີ-ຮຽນເກັ່ງ ແລະ ຜູ້ທີ່ປະກອບສ່ວນເຂົ້າໃນການຮຽນການສອນໃນຄັ້ງນີ້ອີກດ້ວຍ. ໃນຕອນທ້າຍຂອງພິທີ ທ່ານ ປະທານ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ຊຶ່ງກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍສຳມະນາກອນທຸກ ທ່ານທີ່ໄດ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນຈົນສຳເລັດການສຶກສາ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ສຳມະນາກອນທຸກທ່ານ ຈົ່ງພ້ອມກັນນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮັບຈາກການສຶກສາໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນການປະຕິບັດ ໜ້າທີ່ວຽກງານໃຫ້ສຳເລັດຜົນໃນຕໍ່ໜ້າ.

ຂຽນຂ່າວ: ສີປະໄພ   ຖ່າຍພາບ: ຈັນທະວີສຸກ  

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ 

ປະເພດຂ່າວ: