ກອງປະຊຸມຄະນະຊີ້ນຳໂຄງການ ປະຈຳປີ 2023 ຂອງໂຄງການ (Justice Project)

ກອງປະຊຸມຄະນະຊີ້ນຳໂຄງການ ປະຈຳປີ 2023 ຂອງໂຄງການ (Justice Project),

       ໃນວັນທີ 15 ກຸມພາ 2024 ກົມຮ່ວມມືສາກົນ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການ ປະຈຳປີ 2023 ຂອງໂຄງການ ການໃຫ້ບໍລິການທາງດ້ານກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມ ແລະ ສະຖາບັນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (JuSTICE Project) ຂຶ້ນ ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີ ກະຊວງຍຸຕິທຳ, ທ່ານ ດຣ ອານົງ ຍອຍສາຍຄໍາ, ຮອງປະທານສານປະຊາຊົນສູງສຸດ, ທ່ານ ນາງ ພອນເພັດ ອຸ່ນເເກ້ວ, ຮອງຫົວຫນ້າອົງການໄອຍະການປະຊາຊົນສູງສຸດ; ມີຜູ້ເຂົ້າຮ່ວມຈາກກະຊວງຍຸຕິທຳ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສະຖາບັນຍຸຕິທຳແຫ່ງຊາດ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມ ຂອງສານປະຊາຊົນສູງສຸດ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມ ຂອງອົງການໄອຍະການປະຊາຊົນສູງສຸດ, ສະພາທະນາຍຄວາມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການຝຣັ່ງເພື່ອການພັດທະນາ ປະຈໍາ ສປປ ລາວ.

      ຈຸດປະສົງ ເພື່ອສະຫລຸບຜົນສໍາເລັດການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການໃນປີ 2023; ພ້ອມທັງສະເໜີທິດທາງແຜນຈັດຕັ້ງປະຕິບັດກິດຈະກໍາປີ 2024 ແລະ ຮັບຮອງເອົາແຜນປະຕິບັດງານໂຄງການປະຈໍາປີ 2024; ໃນກອງປະຊຸມ ທ່ານ ຄໍາພອນ ສີປະເສີດ ຫົວໜ້າກົມຮ່ວມມືສາກົນ ກະຊວງຍຸຕິທໍາ ໄດ້ນໍາສະເໜີສະພາບລວມ ແລະ ຜົນສໍາເລັດ ການປະຕິບັດກິດຈະກໍາໂຄງການໃນປີ 2023 ພ້ອມທັງສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 1 ປີຜ່ານມາ ແລະ ທ່ານ ນາງ ສາຍຄິດ ວິສີສົມບັດ ຮອງຫົວໜ້າກົມຮ່ວມມືສາກົນ ກໍໄດ້ຜ່ານທິດທາງສໍາລັບແຜນປະຕິບັດວຽກງານປີ 2024. ຈາກນັ້ນຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄໍາເຫັນ ເພື່ອເຮັດໃຫ້ແຜນການຈັດຕັ້ງປະຕິບັດກິດຈະກໍາປີ 2024 ໃຫ້ມີຄວາມຄົບຖ້ວນສົມບູນ ແລະ ກອງປະຊຸມດັ່ງກ່າວ ກໍໄດ້ຮັບຮອງເອົາແຜນປະຕິບັດໂຄງການປະຈໍາປີ 2024 ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງວຽກງານຈຸດສຸມໃນປີ 2024 ໃຫ້ສໍາເລັດຕາມລະດັບຄາດໝາຍ.

ພາບ-ຂ່າວ: ກົມໂຄສະນາເຜີຍແຜ່ກົດໝາຍ