ກອງປະຊຸມຄົ້ນຄວ້າ ກວດກາດ້ານເຕັກນິກ ແລະ ຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ກັບຮ່າງກົດໝາຍ ວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ.

ໃນ​ລະຫວ່າງວັນ​ທີ 11-12 ມິຖຸນາ 2018 ທີ່​ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ກອງ​ປະຊຸມ​ຄົ້ນຄວ້າ ກວດກາ ດ້ານ​ເຕັກນິກ ​ແລະ ຄວາມ​ສອດຄ່ອງ​ທາງ​ດ້ານ​ກົດໝາຍ ຕໍ່​ກັບຮ່າງ​ກົດໝາຍ ວ່າ​ດ້ວຍ​ ສຳນັກງານຜູ້ຕາງໜ້າ​ແຫ່ງ ສປປ ລາວ ປະຈຳ​ຢູ່​ຕ່າງປະ​ເທດ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ເປັນກຽດ​ເຂົ້າ​ຮວ່ມຂອງ​ທ່ານ ນາງ ຄຳ​ເພົາ ​ເອິນ​ທະ​ວັນ ຮອງ​ລັດຖະ ມົນຕີ​ກະຊວງການ​ຕ່າງປະ​ເທດ, ມີ​ບັນດາທ່ານ​ຫົວໜ້າກົມ​-ຮອງຫົວໜ້າ​ກົມ, ຫົວໜ້າພະ​ແນ​ກ-ຮອງ​ພະ​ແນ​ກ, ​ແຂກ​ຖືກ​ເຊີນ ​ແລະ ພະນັກງານວິຊາ​ການ​ກົດໝາຍຂອງ​ສອງ​ພາກ​ສ່ວນ​ເຂົ້າ​ຮວ່ມຈຳນວນ 16 ທ່ານ, ຍິງ 3 ທ່ານ.

ຈຸດປະສົງ​ຂອງ​ກອງ​ປະຊຸມ ​ແມ່ນ​ເພື່ອ​ກວດກາ​ຄືນ​ກ່ຽວກັບ​ຮ່າງກົດໝາຍ ວ່າ​ດ້ວຍ ສຳນັກງານ​ຜູ້ຕາງໜ້າ​ແຫ່ງ ສປປ ລາວ ປະຈຳ​ຢູ່​ຕ່າງປະ​ເທດ ​ ຊຶ່ງປະກອບ​ມີ 8 ພາກ, 17 ໝວດ, 62 ມາດຕາ ​ໃນ​ຮ່າງກົດໝາຍສະບັບ​ດັ່ງກ່າວ ​ໄດ້​ກຳນົດຫຼັກ​ການ, ລະບຽບການ ​ແລະ ມາດ​ຕະການ​​ໃນ​ການ​ຄຸ້ມ​ຄອງ, ຕິດຕາມກວດກາ ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສຳນັກງານ​ຜູ້ຕາງໜ້າ​ແຫ່ງ ສປປ ລາວ ປະຈຳ​ຢູ່​ຕ່າງ​ປະ​ເທດ ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່ ຂອງ​ສຳນັກງານ​ຜູ້ຕາງໜ້າ​ແຫ່ງ ສປປ ລາວ ປະຈຳ​ຢູ່​ຕ່າງ​ປະ​ເທດ ​ໃຫ້​ມີ​ປະສິດທິພາບ ​ແລະ ປະ ສິດທິ​ຜົນ​ສູງ ​ແນ່​ໃສ່​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ສປປ ລາວ ​ແລະ ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ ປະກອບສ່ວນ​ເຂົ້າ​ໃນ​ພາລະ​ກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ.

​ໃນ​ກອງ​ປະຊຸມ​ຜູ້​ເຂົ້າ​ຮວ່ມໄດ້​ສຸມ​ໃສ່ຄົ້ນຄວ້າ​ປຶກສາ​ຫາລື​ແລກປຽ່ນບົດຮຽນ ​ແລະ ປະກອບ​ຄຳ ຄິດ​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍດັ່ງກ່າວ ​ໂດຍ​ສະ​ເພາະ ​ທາງ​ດ້ານ​ເຕັກນິກ ​ແລະ ຄວາມ​ສອດຄ່ອງ​ຂອງກົດໝາຍ ສະບັບ​ດັ່ງກ່າວ​ຢ່າງ​ມີ​ຄວາມ​ຮັບຜິດຊອບ​ສູງ ​ແລະ ມີ​ບັນຍາກາດ​ອັນ​ດີ ​ແນ່​ໃສ່​ເຮັດ​ໃຫ້​ຮ່າງ​ກົດໝາຍດັ່ງກ່າວ​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນ​ຂຶ້ນ.

                                                                                    ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ