ກອງປະຊຸມຄົ້ນຄວ້າ ປຶກສາຫາລື ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບໃໝ່ວ່າດ້ວຍປ້າຍ

    ໃນ​ຕອນ​ເຊົ້າ​ຂອງວັນ​ທີ 25 ມັງກອນ 2018 ທີ່​ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ກອງ​ປະຊຸມ​ຄົ້ນຄວ້າປຶກສາ​ຫາລື ​ແລະ  ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ ວ່າ​ດ້ວຍ​ປ້າຍ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ເປັນກຽດ​ເຂົ້າ​ຮວ່ມຂອງ​ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທຽ່ວ, ມີ​ບັນດາທ່ານ​ຫົວໜ້າກົມ​-ຮອງຫົວໜ້າ​ກົມ, ຫົວໜ້າພະ​ແນ​ກ-ຮອງ​ພະ​ແນ​ກ ​ແລະ ພະນັກງານວິຊາ​ການ​ກົດໝາຍຂອງ​ສອງ​ພາກ​ສວ່ນ​ເຂົ້າ​ຮວ່ມ.

    ​ໃນ​ກອງ​ປະຊຸມ​ຜູ້​ເຂົ້າ​ຮວ່ມກໍ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ປຶກສາ​ຫາລື​ແລກປຽ່ນບົດຮຽນ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍ ວ່າ​ດ້ວຍປ້າຍ​ ຢ່າງມີ​ຄວາມ​ຮັບຜິດຊອບ​ສູງ ​ແລະ ມີບັນຍາກາດ​ຟົດ​ຟື້ນ​​ແນໃສ່​ເຮັດ​ໃຫ້ຮ່າງກົດໝາຍດັ່ງກ່າວ​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນຂື້ນ.

    ຮ່າງ​ກົດໝາຍວ່າ​ດ້ວຍ​ປ້າຍ​ ປະກອບ​ມີ 12 ພາກ, 9 ໝວດ, 59 ມາດຕາ ​ໃນ​ກົດໝາຍສະບັບ​ນີ້ ​ໄດ້​ກຳນົດຫຼັກ​ການ, ລະບຽບການ ​ແລະ ມາດ​ຕະການ​​ໃນ​ການ​ຄຸ້ມ​ຄອງ, ຕິດຕາມ ກວດກາ ການ​ດຳ​ເນີນ​ກິດຈະການ ກ່ຽວກັບ​ປ້າຍ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ມູນ​ເຊື້ອ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ, ໂດຍ​ສະ​ເພາ​ະແມ່ນການ​ຄຸ້ມ​ຄອງ, ການ​ຕິດຕາມ ​ແລະ ການກວດກາ​ປ້າຍ​ໃຫ້ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ​ເປັນເອກະ​ພາບ​ກັນ​ໃນ​ຂອບ​ເຂດທົ່ວ​ປະ​ເທດ ​ເພື່ອປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ​ໃຫ້​ນັບ​ມື້​ນັບ​ເຕີບ​ໃຫຍ່​ຂະຫຍາຍຕົວຢ່າງ​ບໍ່​ຢຸດ​ຢັ້ງ.

                                                                                    ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ

                                                                             ພາບ: ​ສຸກ​ສາຄອນ