ກອງປະຊຸມຄົ້ນຄວ້າ ແລະ ກວດກາ ຄວາມສອດຄ່ອງ ຕໍ່ຮ່າງກົດໝາຍວ່າດ້ວຍ ການປ້ອງກັນ ແລະ ຄວບຄຸມໄພພິບັດ

ກອງປະຊຸມດັ່ງກ່າວ ໄດ້ຈັດຂິຶ້ນໃນລະຫວ່າງວັນທີ 8-9 ມັງກອນ 2019 ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຂອງທັງສອງກະຊວງ ເຂົ້າຮ່ວມທັງໝົດ 27 ທ່ານ, ຍິງ 8 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອເປັນການ ກວດກາ ຄວາມສອດຄ່ອງ ຕໍ່ຮ່າງກົດໝາຍວ່າດ້ວຍ ການປ້ອງກັນ ແລະ ຄວບຄຸມໄພພິບັດ ໂດຍສະເພາະ ການກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມກວດກາ ການຈັດຕັ້ງ ແລະ ເຄື່ອນໄຫວວຽກງານການປ້ອງກັນ ແລະ ຄວບຄຸມໄພພິບັດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ປະສິທິຜົນ ແລະ ທັນສະໄໝ ແນໃສ່ ເຝົ້າລະວັງ, ຫຼຸດຜ່ອນຜົນກະທົບ ທີ່ເກີດຈາກໄພພິບັດ ຕໍ່ສຸຂະພາບ, ຊີວິດ, ຊັບສິນຂອງລັດ, ລວມໝູ່, ປະຊາຊົນ, ສິ່ງແວດລ້ອມ ແລະ ໂຄງລ່າງພື້ນຖານ ພ້ອມທັງຟື້ນຟູ, ບູລະນະ ແລະ ກໍ່ສ້າງຄືນໃໝ່ ຫຼັງໄພພິບັດ, ຮັບປະກັນການສະໜອງຂໍ້ມູນ ຂ່າວສານ, ວ່ອງໄວ, ຊັດເຈນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ, ຍືນຍົງ ແລະ ຄວາມໝັ້ນຄົງຂອງຊາດ.
ພາຍຫຼັງທີ່ໄດ້ຮັບຟັງການສະເໜີກ່ຽວກັບຈຸດປະສົງ, ຄວາມສຳຄັນ ຂອງກົດໝາຍວ່າດ້ວຍ ການປ້ອງກັນ ແລະ ຄວບຄຸມໄພພິບັດ ແລ້ວ, ຄະນະຮັບຜິດຊອບຮ່າງດຳລັດ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ຮ່າງກົດໝາຍ ເພື່ອເຮັດໃຫ້ເນື້ອໃນມີຄວາມຮັດກຸມ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຊຶ່ງຮ່າງກົດໝາຍວ່າດ້ວຍ ການປ້ອງກັນ ແລະ ຄວບຄຸມໄພພິບັດ ປະກອບມີ 10 ພາກ, 8 ໝວດ ແລະ 82 ມາດຕາ.

ຂຽນຂ່າວໂດຍ: ຊາຍພິມພອນ ສີຣິວົງໄຊ; ຖ່າຍພາບໂດຍ: ສົມຫວັງ ບົວລະພັນ.