ກອງປະຊຸມຖະແຫຼງຂ່າວ ຜົນສຳເລັດຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ (ASLOM) ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ (ALAWMM) ທີ່ ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ, ສປປ ລາວ.

ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ (ASLOM) ຄັ້ງທີ 18 ໃນວັນທີ 9-10 ຕຸລາ 2018 ແລະ ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ (ALAWMM) ຄັ້ງທີ 10 ໃນວັນທີ 12 ຕຸລາ 2018 ທີ່ ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ, ສປປ ລາວ.

ໃນເວລາ 14: 30 ໂມງ ຂອງວັນທີ 12 ຕຸລາ 2018 ທີ່ໂຮງແຮມຄຣາວພຣາຊາ ພາຍຫຼັງທີ່ໄດ້ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ສຳເລັດການຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ (ASLOM) ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ (ALAWMM) ຄັ້ງທີ 10. ພະນະທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ, ທັງເປັນປະທານກອງປະຊຸມ ໄດ້ໃຫ້ກຽດຖະແຫຼງຂ່າວຜົນສຳເລັດຂອງສອງກອງປະຊຸມຕໍ່ສື່ມວນຊົນວ່າ: ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ (ALAWMM), ເປັນໜ່ວຍງານຂະແໜງການໜຶ່ງຂຶ້ນກັບເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (APSC), ຊຶ່ງສ້າງຕັ້ງຂຶ້ນໃນປີ 1986 ໃນກອງປະຊຸມຄັ້ງທຳອິດ ທີ່ບາລີ, ປະເທດອິນໂດເນເຊຍ, ໂດຍກຳນົດປະຊຸມຮ່ວມກັນທຸກໆ 36 ເດືອນ (3 ປີ). ໃນລະຫວ່າງກາງຂອງກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ແມ່ນມີກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ (ASLOM) ຊຶ່ງຈັດທຸກໆ 18 ເດືອນ (1 ປີ 6 ເດືອນ) ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີກົດໝາຍ ແລະ ຄັ້ງນີ້ເປັນການຈັດເທື່ອທີ 2 ຂອງ ສປປ ລາວ, ຄັ້ງທຳອິດ ແມ່ນຈັດໃນປີ 2013 ແລະ ຄັ້ງນີ້ ແມ່ນຈັດຕໍ່ເນື່ອງກັນກັບກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10.

ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10 ໄດ້ໄຂຂຶ້ນໃນມື້ນີ້, ເປັນກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທຳອິດທີ່ ສປປ ລາວ ເປັນເຈົ້າພາບ, ກອງປະຊຸມພວກເຮົາໄດ້ຕ້ອນຮັບ ພະນະທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດມາກ່າວເປີດ. ກອງປະຊຸມຄັ້ງນີ້ ມີລັດຖະມົນຕີກົດໝາຍ ແລະ ຮອງຫົວຫນ້າອົງການໄອຍະການສູງສຸດ ຂອງ 10 ປະເທດອາຊຽນ ແລະ ຮອງຫົວໜ້າເລຂາທິການໃຫຍ່ອາຊຽນ ມາເຂົ້າຮ່ວມ ລວມທັງຄະນະຜູ້ແທນຈາກຕ່າງປະເທດຈຳນວນ 85 ທ່ານ ແລະ ແຂກພາຍໃນ 15 ທ່ານ, ລວມທັງໝົດ 100 ທ່ານ.

ຈຸດປະສົງຕົ້ນຕໍຂອງກອງປະຊຸມ ແມ່ນເພື່ອແລກປ່ຽນຂໍ້ມູນ ຂ່າວສານດ້ານກົດໝາຍ ຊຶ່ງກັນ ແລະ ກັນ; ສ້າງກົນໄກຮ່ວມມືທາງດ້ານກົດໝາຍ ແລະ ຕຸລາການ; ພັດທະນາການສຶກສາ ແລະ ຄົ້ນຄວ້າດ້ານກົດໝາຍ ຊຶ່ງກັນ ແລະ ກັນ ພາຍໃນປະເທດອາຊຽນ. ປັດຈຸບັນແຕ່ລະປະເທດໄດ້ສະເໜີຫຼາຍບັນຫາທາງດ້ານກົດໝາຍຂຶ້ນມາປຶກສາ ເພື່ອເຮັດໃຫ້ມີຄວາມເຂົ້າໃຈ ແລະ ເຊື່ອມໂຍງທາງດ້ານກົດໝາຍລະຫວ່າງປະເທດສະມາຊິກອາຊຽນຫຼາຍຂຶ້ນ. ການປຶກສາຫາລືປັດຈຸບັນ ບໍ່ພຽງແຕ່ກ່ຽວຂ້ອງກັບເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງເທົ່ານັ້ນ, ແຕ່ຍັງກ່ຽວຂ້ອງໄປເຖິງ ປະຊາຄົມເສດຖະກິດ (AEC) ແລະ ປະຊາຄົມສັງຄົມ-ວັດທະນະທຳ (ASCC) ອີກດ້ວຍ.

ພາຍໃຕ້ກອບການຮ່ວມມືນີ້, 10 ປະເທດໄດ້ສຳເລັດການລົງນາມໃນຂໍ້ຕົກລົງຮ່ວມກັນ ວ່າດວ້ຍການຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ທາງອາຍາ ຫຼື (MLAT) ແລະ ໄດ້ສຳເລັດຮ່າງສົນທິສັນຍາຕົວແບບວ່າດວ້ຍ ການສົ່ງຜູ້ຮ້າຍຂ້າມແດນຂອງອາຊຽນ (MAET); ນອກນັ້ນ ຍັງມີການຈັດສຳມະນາດ້ານວຽກງານກົດໝາຍຢ່າງຕໍ່ເນື່ອງ; ການແລກປ່ຽນຂໍ້ມູນ ຂ່າວສານທາງດ້ານກົດໝາຍຊຶ່ງກັນ ແລະ ກັນ; ການສຶກສາຄົ້ນຄວ້າ ແລະ ຢ້ຽມຢາມທາງການຊຶ່ງກັນ ແລະ ກັນ ເປັນປະຈຳ ແລະ ອື່ນໆ ເພື່ອສ້າງຄວາມເຂົ້າໃຈ ແລະ ການປະສານສົມທົບກົມກຽວກັນ ດ້ານກົດໝາຍ ແລະ ຍຸຕິທຳ ຂອງປະເທດສະມາຊິກອາຊຽນ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕິກົດໝາຍອາຊຽນ ຄັ້ງທີ 10 ທີ່ ສປປ ລາວ ເປັນເຈົ້າພາບຄັ້ງນີ້ ໄດ້ປຶກສາ 13 ຫົວຂໍ້ ທີ່ພົວພັນທາງດ້ານກົດໝາຍ ຂົງເຂດອາຍາ, ການຄ້າ, ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ອື່ນໆ, ລວມທັງສະເໜີແບບແຜນການຮ່ວມມືກັນໃນອະນາຄົດ ກັບຄູ່ຮ່ວມພັດທະນາອື່ນໆ ເພື່ອບັນລຸການຈັດຕັ້ງປະຕິບັດວິໄສທັດອາຊຽນ 2025.
ຜົນສຳເລັດຂອງກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10 ມີ ດັ່ງນີ້:
1. ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10;
2. ໄດ້ຮັບຮອງເອົາບົດລາຍງານຂອງກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10;
3. ໄດ້ຮັບຮອງເອົາບົດລາຍງານກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 17 ແລະ 18.
ສ ປປ ລາວ ຈະສືບຕໍ່ເປັນປະທານຕໍ່ໄປ ຈົນເຖິງກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 19 ທີ່ ປະເທດ ພະມ້າ ຈະເປັນເຈົ້າພາບ; ແລະ ສຳລັບປະທານກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ແມ່ນພວກເຮົາໄດ້ມອບໂອນໃຫ້ປະ ເທດ ມາເລເຊຍ ເປັນປະທານສືບຕໍ່ໄປ.

ບັນດາທ່ານ ສື່ມວນຊົນ, ທ່ານ ຍິງ ແລະ ທ່ານຊາຍ
ສັງລວມແລ້ວ, ຂ້າພະເຈົ້າ ຂໍແຈ້ງໃຫ້ບັນດາສື່ມວນຊົນຊາບວ່າ: ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10 ທີ່ ສປປ ລາວ ເປັນເຈົ້າພາບເທື່ອທຳອິດ ເປັນກອງປະຊຸມຕໍ່ເນື່ອງຂອງຂະແໜງກົດໝາຍ ທີ່ນອນໃນກອບປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (APSC), ໜຶ່ງໃນສາມເສົາຄໍ້າຂອງປະຊາຄົມອາຊຽນ. ການຮ່ວມມືໃນຂົງເຂດກົດໝາຍນີ້ ຈະເປັນການເສີມສ້າງຄວາມເຂັ້ມແຂງ, ຄວາມເຂົ້າໃຈ ແລະ ການຮ່ວມມືທີ່ແໜ້ນແຟ້ນຍິ່ງຂຶ້ນຂອງປະຊາຊົນອາຊຽນ, ປັບປຸງກົນໄກປະສານງານດ້ານຕ່າງໆ ຂອງປະເທດອາຊຽນ ບົນພື້ນຖານຂອງລະບຽບກົດໝາຍ ແລະ ບັນລຸເປົ້າໝາຍ, ວິໄສທັດ ທີ່ສະມາຊິກອາຊຽນຕັ້ງໄວ້ຮ່ວມກັນ.

ສປປ ລາວ ໄດ້ຮັບຜົນປະໂຫຍດຈາກການຮ່ວມມື, ຮຽນຮູ້ຈາກການແລກປ່ຽນດ້ານຕ່າງໆ ກັບບັນດາປະເທດອາຊຽນປະກອບສ່ວນເຮັດໃຫ້ປະເທດພວກເຮົາມີຄວາມສະຫງົບ, ມີສະຖຽນລະພາບດ້ານການເມືອງ ແລະ ເອື້ອອຳນວຍໃຫ້ແກ່ການພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນສ້າງຄວາມເຂັ້ມແຂງໃນຂົງເຂດກົດໝາຍ ແລະ ຍຸຕິທຳ ຂອງປະເທດພວກເຮົາ ໃຫ້ກ້າວສູ່ມາດຕະຖານພາກພື້ນ ແລະ ສາກົນ ເທື່ອລະກ້າວ.

ທ້າຍສຸດນີ້, ຂ້າພະເຈົ້າ ໃນນາມລັດຖະມົນຕີກະຊວງຍຸຕິທຳ ຂໍຖືໂອກາດນີ້ເຊີນຊວນສື່ມວນຊົນ ເປັນກະບອກສຽງໂຄສະນາການພັດທະນາວຽກງານກົດໝາຍ ແລະ ຍຸຕິທຳ ຂອງອາຊຽນ ແລະ ຂອງ ສປປ ລາວ ໃຫ້ປະຊາຊົນ ແລະ ສັງຄົມເຂົ້າໃຈຍິ່ງຂຶ້ນ ແນໃສ່ປະກອບສວ່ນພັດທະນາເສດຖະກິດ-ສັງຄົມ, ສົ່ງເສີມວັດທະນະທຳອັນດີງາມຂອງອາຊຽນ ແລະ ສ້າງຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນນີ້.