ກອງປະຊຸມທາບທາມຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງຂອງສປປ ລາວ ຄັ້ງທີ VI ທີ່ແຂວງ ໄຊຍະບູລີ

    ໃນລະຫວ່າງວັນທີ 7-8 ກຸມພາ 2018 ຄະນະຮັບຜິດຊອບສ້າງຮ່າງປະມວນກົດໝາຍແພ່ງຂອງສປປລາວ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງຂອງສປປລາວທີ່ແຂວງ ໄຊຍະບູລີ ໂດຍການເປັນປະທານຂອງທ່ານປອ.ເສີມສຸກສິມພະວົງຮອງລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມຂອງທ່ານຢັນຢົງສີປະເສີດຮອງເຈົ້າແຂວງ ແຂວງໄຊຍະບູລີ, ມີບັນດາຜູ້ຕາງໜ້າຈາກຫ້ອງວ່າການປົກຄອງແຂວງ, ພະແນກຍຸຕິທຳ, ສານປະຊາຊົນແຂວງ, ໄອຍະການປະຊາຊົນແຂວງ, ສະພາປະຊາຊົນປະຈຳເຂດເລືອກຕັ້ງທີ 7 ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຊຶ່ງມີຈຳນວນທັງໝົດ 56 ຄົນ, ເປັນຍິງ 20 ຄົນ.
    ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງເຫດຜົນ ແລະຄວາມຈຳເປັນຂອງການສ້າງຮ່າງປະມວນກົດໝາຍແພ່ງຈາກທ່ານນະລົງລິດນໍລະສິງຫົວໜ້າກົມກວດກາ ແລະປະເມີນຜົນນິຕິກຳທັງເປັນຫົວໜ້າເຕັກນິກການສ້າງປະມວນກົດໝາຍແພ່ງຊຶ່ງຮ່າງປະມວນກົດໝາຍແພ່ງສະບັບນີ້ປະກອບມີ 9 ພາກໃຫຍ່, 51 ໝວດ ແລະ 615 ມາດຕາ;
    ກອງປະຊຸມໃນຄັ້ງນີ້ຈະດຳເນີນໄປເປັນເວລາ 2 ວັນ ເພື່ອສຸມໃສ່ການຄົ້ນຄວ້າ, ການປະກອບຄຳເຫັນ, ການແລກປ່ຽນບົດຮຽນ, ແລກປ່ຽນປະສົບການ ແລະພຶດຕິກຳຕົວຈິງ ເພື່ອດັດປັບໃຫ້ຖືກຕ້ອງ ແລະສອດຄ່ອງກັບຫຼັກການ ໂດຍສະເພາະກໍແມ່ນການດັດປັບສາຍພົວພັນສັງຄົມໃຫ້ແທດເໝາະກັບຮ່າງປະມວນກົດໝາຍແພ່ງສະບັບທຳອິດຂອງສປປລາວ.    
    ນອກຈາກນັ້ນກໍເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງຂອງສັງຄົມ, ປັບປຸງບັນດາກົດໝາຍທີ່ມີຢູ່ແລ້ວໃຫ້ສອດຄ່ອງກົມກຽວກັນ ແລະເປັນລະບົບຄົບຊຸດ, ເປັນເອກະພາບ ແລະ ຈະແຈ້ງຮັດກຸມ ທັງເປັນການແກ້ໄຂຊ່ອງວ່າງ ແລະສ້າງຄວາມເຂົ້າໃຈເປັນເອກະພາບ ໃນການຈັດຕັ້ງປະຕິບັດກົດໝາຍທີ່ຄາດຄະເນໄດ້, ໂປ່ງໃສ່ ແລະຍຸຕິທໍາ.

ຂ່າວ ອ່ອນຄຳ ໄຊຍະວົງ

ພາບ ສົມຫັວງ