ກອງປະຊຸມທາບທາມຄໍາເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດ

ຕອນເຊົ້າຂອງວັນທີ 2 ສິງຫາ 2019 ຢູ່ທີ່ໂຮງແຮມ ຈໍາປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ກົມກົດໝາຍກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດ (ສະບັບປັບປຸງ) ຂຶ້ນ. ໂດຍການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ຜູ້ເຂົ້າຮ່ວມມີພະແນກການທີ່ກ່ຽວຂ້ອງຈາກພາກລັດ, ພາກທຸລະກິດຂອງແຂວງຈໍາປາສັກ ແລະ ຄະນະຮັບຜິດຊອບສ້າງຮ່າງກົດໝາຍຈາກນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 69 ທ່ານ, ຍິງ 19 ທ່ານ. 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດ ເພື່ອແກ້ໄຂວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍ ໃຫ້ຖືກຕ້ອງ, ວ່ອງໄວ ແລະ ເປັນເອກະພາບ, ປົກປ້ອງຜົນປະໂຫຍດອັນຊອບທໍາຂອງເຈົ້າໜີ້, ວິສາຫະກິດ ລູກໜີ້ ແລະ ບຸກຄົນອື່ນທີ່ກ່ຽວຂ້ອງ, ສ້າງຄວາມເຊື່ອໝັ້ນແກ່ລະບົບສິນເຊື່ອ ແນໃສ່ຮັກສາຄວາມໝັ້ນຄົງຂອງລະບອບເສດຖະກິດ, ສ້າງເງື່ອນໄຂໃຫ້ແກ່ການດໍາເນີນທຸລະກິດ ແລະ ການລົງທຶນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ການຟື້ນຟູວິສາຫະກິດ ແມ່ນຂະບວນການແກ້ໄຂວິສາຫະກິດທີ່ຢູ່ໃນພາວະລົ້ມລະລາຍ ເພື່ອຊ່ວຍວິສາຫະກິດດັ່ງກ່າວ ໃຫ້ສາມາດຟື້ນຟູ, ບໍ່ລົ້ມລະລາຍ ໂດຍອະນຸຍາດໃຫ້ສືບຕໍ່ດໍາເນີນທຸລະກິດຂອງຕົນໄດ້ ຕາມຂໍ້ສະເໝີແກ້ໄຂໜີ້ສິນ ຫຼື ແຜນຟື້ນຟູວິສາຫະກິດ ທີ່ໄດ້ຮັບການຮັບຮອງຈາກສານ ແລະ ການລົ້ມລະລາຍວິສາຫະກິດ ແມ່ນຂະບວນການແກ້ໄຂວິສາຫະກິດທີ່ຢູ່ໃນພາວະລົ້ມລະລາຍ ເພື່ອຊໍາລະສະສາງຊັບສິນ, ໜີ້ສິນຂອງວິສາຫະກິດລູກໜີ້ ເມື່ອວິສາຫະກິດບໍ່ມີຈຸດປະສົງຟື້ນຟູ, ບໍ່ສາມາດຟື້ນຟູໂດຍສານຕັດສີນໃຫ້ລົ້ມລະລາຍ.
ໃນກອງປະຊຸມ ທ່ານ ປະທານ ກໍໄດ້ຮຽກຮ້ອງໃຫ້ບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບໃນການປະກອບຄໍາເຫັນ ເພື່ອເຮັດໃຫ້ກົດໝາຍສະບັບນີ້ ມີຄວາມສົມບູນຂຶ້ນຕື່ມ ແລະ ທ່ານ ກໍໄດ້ສະແດງຄວາມຂອບໃຈມາຍັງບັນດາທ່ານ ທີ່ໄດ້ສະລະເວລາເຂົ້າຮ່ວມປະກອບຄໍາເຫັນໃນຄັ້ງນີ້, ສະແດງຄວາມຂອບໃຈມາຍັງອົງການການເງິນສາກົນ (IFC) ທີ່ໄດ້ໃຫ້ການສະໜັນສະໜູນການຈັດກອງປະຊຸມໃນຄັ້ງນີ້ ຫວັງວ່າຈະສືບຕໍ່ສະໜັບສະໜູນຈົນກົດໝາຍສະບັບນີ້ ໄດ້ຖືກຮັບຮອງ.

ຂຽນຂ່າວ: ຂົນ ບຸນທິສານ, ຖ່າຍພາບ: ອະນຸສອນ