ກອງປະຊຸມປະກອບຄຳເຫັນໃສຮ່າງຫຼັກສູດລາຍວິຊາກໍ່ສ້າງ ແລະ ສາລະບານປະມວນເອກະສານຝຶກອົບຮົມ ທີ່ ທ່າລາດ ແຂວງ ວຽງຈັນ

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-29 ສິງຫາ 2019 ຢູ່ທີ່ທ່າລາດ ແຂວງ ວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ຜູ້ເຂົ້າຮ່ວມ ມີຄະນະຜູ້ແທນຈາກກະຊວງຍຸຕິທຳ ສສ ຫວຽດນາມ, ຄະນະສະຖາບັນຍຸຕິທຳແຫ່ງຊາດ, ຜູ້ຕາງໜ້າຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ສະພາທະນາຍຄວາມ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດຈຳນວນ 74 ທ່ານ, ຍິງ 13 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງຫຼັກສູດລາຍວິຊາກໍ່ສ້າງ ແລະ ຮ່າງປະມວນສາລະບານເອກະສານການຝຶກອົບຮົມ ທີ່ຈະຮັບໃຊ້ໃນການສິດສອນ ແລະ ຝຶກອົບຮົມ ຂອງສະຖາບັນຍຸຕິທຳແຫ່ງຊາດທີ່ 6 ກຸ່ມໄດ້ຄົ້ນຄວ້າຮ່າງສຳເລັດໂດຍພື້ນຖານນັ້ນ ໃຫ້ມີຄວາມເປັນເອກະພາບດ້ານໂຄງຮ່າງ ໂດຍສະເພາະ ຄວາມເອກະພາບທາງດ້ານໜ່ວຍກິດ, ຊົ່ວໂມງຮຽນຂອງແຕ່ລະວິຊາ ຕາມແຜນການຂອງໂຄງການຊ່ວຍໜູນສະຖາບັນຍຸຕິທຳແຫ່ງຊາດ ປະຈຳປີ 2019 ຂອງ ລັດຖະບານ ສສ ຫວຽດນາມ.
ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນບົດຮຽນ ແລະ ປະກອບຄຳຄິດຄຳເຫັນໃສ່ບັນດາຮ່າງຫຼັກສູດລາຍວິຊາກໍ່ສ້າງ ແລະ ຮ່າງປະມວນສາລະບານເອກະສານການຝຶກອົບຮົມ ຢ່າງລະອຽດ ແລະ ມີຄວາມຮັບຜິດຊອບສູງ ມີເນື້ອໃນທີ່ຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້
ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜູ້ເຂົ້າຮ່ວມກອງປະຊຸມທີ່ໄດ້ເອົາໃຈໃສ່ໃນການປຶກສາຫາລື, ປະກອບຄຳຄິດຄຳເຫັນຢ່າງມີຄວາມຮັບຜິດຊອບສູງ ເພື່ອຄວາມເປັນເອກະພາບທາງດ້ານໂຄງຮ່າງ ແລະ ເນື້ອໃນທີ່ຈະນຳມາສິດສອນ ແລະ ຝຶກອົບຮົມແນໃສ່ການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

ຂ່າວ: ອ່ອນຄຳ, ພາບ: ສົມຫວັງ