ກອງປະຊຸມປຶກສາຫາລືກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ

ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມປືກສາຫາລື ກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຢູ່ຕ່າງປະເທດຂຶ້ນ ໃນຕອນເຊົ້າຂອງວັນທີ 11 ມິຖຸນາ 2018 ຊຶ່ງກອງປະຊຸມຈະດໍາເນີນເປັນເວລາ ສອງວັນ  ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ແລະ ທ່ານ ນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ວິຊາການກົດໝາຍ ຂອງສອງກະຊວງເຂົ້າຮ່ວມ ຈໍານວນ 16 ທ່ານ, ຍິງ 3 ທ່ານ. 

ຈຸດປະສົງຂອງການປະຊຸມ ແມ່ນເພື່ອກວດກາຄືນກ່ຽວກັບການ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຢູ່ຕ່າງປະເທດ ເປັນຕົ້ນ ແມ່ນການກໍານົດຫຼັກການ, ລະບຽບການ, ມາດຕະຖານ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສໍານັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຢູ່ຕ່າງປະເທດ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສໍານັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຢູ່ຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ແນໃສ່ປະຕິບັດນະໂຍບາຍການຕ່າງປະເທດຂອງ ສປປ ລາວ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. 

ຮ່າງກົດໝາຍ ສະບັບດັ່ງກ່າວປະກອບດ້ວຍ  8 ພາກ, 62 ມາດຕາ ຄື:
ພາກທີ l ບົດບັນຍັດທົ່ວໄປ ( ມີ 7 ມາດຕາ, ມ 1-7), ພາກທີ ll ສໍານັກງານຜູ້ຕາງໜ້າ (ມີ 3 ໝວດ, ມີ 15 ມາດຕາ, ມ 8-22), ພາກທີ lll ສະມະຊິກຂອງສໍານັກງານຜູ້ຕາງໜ້າ (ມີ 7 ໝວດ, ມີ 24 ມາດຕາ, ມ 23-46), ພາກທີ lV ລະບອບວິທີການເຮັດວຽກຂອງສໍານັກງານຜູ້ຕາງໜ້າ (ມີ 5 ມາດຕາ, ມ 47-51), ພາກທີ V ຂໍ້ຫ້າມ (ມີ 2 ມາດຕາ, ມີ 52-53), ພາທີ Vl ການຄຸ້ມຄອງ ແລະ ກວດກາ (ມີ 2 ໝວດ, ມີ 5 ມາດຕາ, ມ 54-58), ພາກທີ Vll ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ (ມີ 2 ມາດຕາ, ມ 59-60), ພາກທີ Vlll ບົດບັນຍັດສຸດທ້າຍ (ມີ 2 ມາດຕາ, ມ 61-62).

ພາຍຫຼັງທີ່ສໍາເລັດກອງປະຊຸມໃນຄັ້ງນີ້ ຄະນະຮັບຜິດຊອບ (ຮ່າງ) ກົດໝາຍສະບັບນີ້ ຈະໄດ້ສືບຕໍ່ເຮັດວຽກຮ່ວມກັນ ເພື່ອນໍາເອົາຄໍາຄິດເຫັນ ຂອງຜູ້ເຂົ້າຮ່ວມ ມາປັບປຸງດ້ານເນື້ອໃນ ເຮັດໃຫ້ (ຮ່າງ) ກົດໝາຍ  ມີເນື້ອໃນຄວາມອຸດົມສົມບູນ, ຄົບຖ້ວນຍິ່ງຂຶ້ນ.

ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ