ກອງປະຊຸມປຶກສາຫາລື ກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການສ້າງນິຕິກຳ

ຕອນເຊົ້າວັນທີ 14 ພຶດສະພາ 2019 ຢູ່ທີ່ ໂຮງແຮມລາວພລາຊາ ໄດ້ຈັດກອງປະຊຸມປຶກສາຫາລື ປັບປຸງກົດໝາຍວ່າດ້ວຍ ການສ້າງນິຕິກຳ ຂຶ້ນໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ຜູ້ເຂົ້າຮ່ວມມີຫົວໜ້າກົມກົດໝາຍກະຊວງຍຸຕິທຳ, ຮອງກົມ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການປະທານປະເທດ, ຫ້ອງວ່າການສຳນັກງານນາຍົກ, ຜູ້ປະສານງານໂຄງການ ພ້ອມດ້ວຍຄະນະຮັບຜິດຊອບຈຳນວນ 15 ທ່ານ, ຍິງ 3 ທ່ານ. ຈາກນັ້ນ, ທ່ານປະທານກອງປະຊຸມ ກໍໄດ້ມີຄຳເຫັນ ແລະ ຄຳໂອ້ລົມ ຕໍ່ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງພ້ອມກັນປະກອບຄຳຄິດຄຳເຫັນໃສ່ກົດໝາຍວ່າດ້ວຍ ການສ້າງນິຕິກຳ ເພື່ອປັບປຸງເຮັດໃຫ້ເນື້ອໃນມີຄວາມສອດຄ່ອງ ແລະ ຖືກຕ້ອງ, ຊັດເຈນກັບສະພາບຄວາມເປັນຈິງ ແລະ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.

ໃນກອງປະຊຸມຄັ້ງນີ້ເພື່ອປຶກສາຫາລື ໃນການປັບປຸງກົດໝາຍວ່າດ້ວຍ ການສ້າງນິຕິກຳ ວ່າມີຈັກບັນຫາທີ່ຈະຕ້ອງປັບປຸງ ແລະ ຄວນສຸມໃສ່ບັນຫາໃດແດ່? ເພື່ອໃຫ້ສອດຄ່ອງ ສະນັ້ນ, ໃນກອງປະຊຸມຈຶ່ງເຫັນດີຕົກລົງເປັນເອກະພາບ ດັ່ງນີ້: 1. ມອບໃຫ້ອົງການຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ແຕ່ລະຂະແໜງການທີ່ກ່ຽວຂ້ອງເປັນຜູ້ກຳນົດກົນໄກໃໝ່ ເພື່ອໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນສົມບູນ ພ້ອມທັງສອດຄ່ອງກັບສະພາບຄວາມເປັນຈິງ; 2. ການປະເມີນຜົນກະທົບຂອງນະໂຍບາຍ ກ່ອນຈະເອົາຊື່ກົດໝາຍເຂົ້າແຜນສ້າງ ແລະ ປັບປຸງກົດໝາຍ; 3. ຂັ້ນຕອນ ແລະ ການກຳນົດເວລາໃນການສ້າງ ແລະ ປັບປຸງ ຄວນກຳນົດໃຫ້ລະອຽດ ແລະ ຮັດກຸມ ເພື່ອເຮັດໃຫ້ສາມາດຈັດຕັ້ງປະຕິບັດໄດ້ ນັບແຕ່ການສ້າງກົດໝາຍ ຈົນໄປຮອດການສ້າງນິຕິກຳຂັ້ນທ້ອງຖິ່ນ; 4. ໂຄງປະກອບຂອງຮ່າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ແມ່ນຈະກຳນົດຫຼັກການຄືແນວໃດ? ເພື່ອໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ ແລະ ນິຕິກຳກ່ຽວກັບບັນຫາໃດ ຕ້ອງໃຫ້ມີໂຄງປະກອບຄ້າຍຄືກັນ ແລະ ແຕກຕ່າງກັນ. ນອກນັ້ນ ກໍຍັງມີບັນຫາອື່ນໆທີ່ເຫັນສຳຄັນໃນການປັບປຸງກົດໝາຍສະບັບນີ້ ເພື່ອນຳບັນຫາທີ່ຕ້ອງໄດ້ປັບປຸງໄປຄົ້ນຄ້ວາ ເພື່ອນຳສະເໜີໃນກອງປະຊຸມຄັ້ງຕໍ່ໄປເພື່ອພິຈາລະນາ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ