ກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດ

ໃນວັນທີ 11 ມິຖຸນາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມ (ຮ່າງ) ກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທໍາ, ມີຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະຮັບຜິດຊອບເຂົ້າຮ່ວມທັງໝົດ 10 ທ່ານ, ຍິງ 2 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດ ເພື່ອແກ້ໄຂວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍ ໃຫ້ຖືກຕ້ອງ, ວ່ອງໄວ ແລະ ເປັນເອກະພາບ, ປົກປ້ອງຜົນປະໂຫຍດອັນຊອບທໍາຂອງເຈົ້າໜີ້, ວິສາຫະກິດລູກໜີ້ ແລະ ບຸກຄົນອື່ນທີ່ກ່ຽວຂ້ອງ, ສ້າງຄວາມເຊື່ອໝັ້ນແກ່ລະບົບສິນເຊື່ອ ແນໃສ່ຮັກສາຄວາມໝັ້ນຄົງຂອງລະບອບເສດຖະກິດ, ສ້າງເງື່ອນໄຂໃຫ້ແກ່ການດໍາເນີນທຸລະກິດ ແລະ ການລົງທຶນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ການຟື້ນຟູວິສາຫະກິດ ແມ່ນຂະບວນການແກ້ໄຂວິສາຫະກິດທີ່ຢູ່ໃນພາວະລົ້ມລະລາຍ ເພື່ອຊ່ວຍວິສາຫະກິດດັ່ງກ່າວ ໃຫ້ສາມາດຟື້ນຟູ, ບໍ່ລົ້ມລະລາຍ ໂດຍອະນຸຍາດໃຫ້ສືບຕໍ່ດໍາເນີນທຸລະກິດຂອງຕົນໄດ້ ຕາມຂໍ້ສະເໝີແກ້ໄຂໜີ້ສິນ ຫຼື ແຜນຟື້ນຟູວິສາຫະກິດ ທີ່ໄດ້ຮັບການຮັບຮອງຈາກສານ ແລະ ການລົ້ມລະລາຍວິສາຫະກິດ ແມ່ນຂະບວນການແກ້ໄຂວິສາຫະກິດທີ່ຢູ່ໃນພາວະລົ້ມລະລາຍ ເພື່ອຊໍາລະສະສາງຊັບສິນ, ໜີ້ສິນຂອງວິສາຫະກິດລູກໜີ້ ເມື່ອວິສາຫະກິດບໍ່ມີຈຸດປະສົງຟື້ນຟູ, ບໍ່ສາມາດຟື້ນຟູໂດຍສານຕັດສີນໃຫ້ລົ້ມລະລາຍ.
ພາຍຫຼັງທີ່ໄດ້ຮັບຮູ້ຈຸດປະສົງ ແລະ ຄວາມສໍາຄັນຂອງ (ຮ່າງ) ກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດແລ້ວ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດ ເພື່ອໃຫ້ມີຄວາມສອດຄ່ອງ, ຖືກຕ້ອງຕາມສະພາບຄວາມເປັນຈິງ. ກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດ ມີທັງໝົດ 12 ພາກ, 2 ໝວດ ແລະ ມີ 103 ມາດຕາ.

ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ