ກອງປະຊຸມປຶກສາຫາລື ຮ່າງ ກົດໝາຍວ່າດ້ວຍ ການອະນາໄມ ແລະ ສົ່ງເສີມສຸຂະພາບ

ຢູ່ທີ່ຫ້ອງປະຊຸມຊັ້ນ 3 ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ການອະນາໄມ ແລະ ສົ່ງເສີມສຸຂະພາບ ຂຶ້ນ ໃນຕອນເຊົ້າວັນທີ 19 ສິງຫາ 2019 ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຫົວໜ້າກົມກົດໝາຍ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານວິຊາການ ຂອງສອງພາກສ່ວນເຂົ້າຮ່ວມຈຳນວນ 18 ທ່ານ.

ຈຸດປະສົງ ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາ ວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ປະສິດທິຜົນ, ຕໍ່ເນື່ອງ ແລະ ຍືນຍົງ ແນໃສ່ຮັບປະກັນໃຫ້ພົນລະເມືອງ ມີສຸຂະພາບດີ, ມີອາຍຸຍືນ, ຫຼຸດຜ່ອນການຕິດເຊື້ອພະຍາດ, ການເຈັບປ່ວຍ ແລະ ການເສຍຊີວິດ ຂອງປະຊາຊົນບັນດາເຜົ່າ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ນອກນັ້ນ, ການອະນາໄມ ມີຄວາມໝາຍ ແລະ ຄວາມສຳຄັນ ໃນການສ້າງສະພາບແວດລ້ອມ ທີ່ອຳນວຍໃຫ້ແກ່ການຈັດຕັ້ງປະຕິບັດຕົວຈິງ ໃນການດຳລົງຊີວິດ ເພື່ອໃຫ້ຄົນເຮົາມີສຸຂະພາບແຂງແຮງ ແລະ ກັນການເກີດພະຍາດ ດ້ວຍການເຮັດຄວາມສະອາດ ແລະ ຈຳກັດສິ່ງທີ່ເປັນອັນຕະລາຍຕໍ່ສຸຂະພາບ. ສຳລັບການສົ່ງເສີມສຸຂະພາບ ແມ່ນການໃຫ້ຄວາມຮູ້, ຂໍ້ມູນ ຂ່າວສານ, ສ້າງໃຫ້ຄົນເຮົາມີສະຕິຕື່ນຕົວໃນການເບິ່ງແຍງ ແລະ ດູແລສຸຂະພາບຂອງຕົນເອງ, ຄອບຄົວ, ຊຸມຊົນ ແລະ ສັງຄົມ ໃຫ້ມີສຸຂະພາບແຂງແຮງ ດ້ວຍການຫັນປ່ຽນທັດສະນະຄະຕິ, ພຶດຕິກຳ, ສ້າງເງື່ອນໄຂທີ່ອຳນວຍຄວາມສະດວກ, ປະຕິບັດຕາມຫຼັກການ ແລະ ວິທີການຕ່າງໆໃຫ້ມີແບບແຜນດຳລົງຊີວິດທີ່ດີ ໂດຍການເອົາວຽກງານການສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາເປັນໃຈກາງ. (ຮ່າງ)ກົດ ໝາຍສະບັບນີ້ ປະກອບມີ 12 ພາກ, 8 ໝວດ ແລະ 100 ມາດຕາ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ