ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ການບິນພົນລະເຮືອນ (ສະບັບປັບປຸງ)

     ໃນຕອນເຊົ້າຂອງວັນທີ 26 ມັງກອນ 2018 ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ, ກະຊວງຍຸຕິທຳ ຮ່ວມກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມເພື່ອປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ການບິນພົນລະເຮືອນ ສະບັບປັບປຸງ. ໂດຍການເປັນປະທານຮ່ວມຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະຮັບຜິດຊອບສ້າງຮ່າງກົດໝາຍ, ບັນດາທ່ານຄະນະກົມ, ຄະນະພະແນກ ຂອງກົມກົດໝາຍກະຊວງຍຸຕິທຳ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສຳລັບຮ່າງກົດໝາຍວ່າດ້ວຍ ການບິນພົນລະເຮືອນ ສະບັບປັບປຸງນີ້ ປະກອບມີ 15 ພາກ, 31 ໝວດ, 180 ມາດຕາ ໃນນີ້ເພີ່ມເຂົ້າໃໝ່ຈຳນວນ 106 ມາດຕາ ແລະ ປັບປຸງຈຳນວນ 63 ມາດຕາ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອກວດກາຄວາມສອດຄ່ອງຂອງຮ່າງກົດໝາຍສະບັບດັ່ງກ່າວໃຫ້ແທດເໝາະກັບສະພາບຕົວຈິງຂອງເສດຖະກິດ ແລະ ສັງຄົມໃນປັດຈຸບັນ ໃນການອຳນວຍຄວບຄຸມການຂົນສົ່ງທາງອາກາດ ໃຫ້ມີຄວາມສະດວກປອດໄພ, ວ່ອງໄວທັນສະໄໝ, ໄດ້ຕາມມາດຕະຖານສາກົນ, ເປັນມິດກັບສິ່ງແວດລ້ອມ, ມີປະສິດທິຜົນ ແລະ ຍຶນຍົງ. 

ຂ່າວ: ສີປະໄພ, ພາບ: ສຸກສາຄອນ