ກອງປະຊຸມພົບປະສອງຝ່າຍລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ

    ໃນຕອນເຊົ້າຂອງວັນທີ 27 ພະຈິກ 2017 ທີ່ ໂຮງແຮມເມື່ອງແທງ ນະຄອນຫຼວງວຽງຈັນ ກອງປະຊຸມພົບປະສອງຝ່າຍລະຫວ່າງກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ໄດ້ຈັດຂືຶ້ນ ໂດຍການເຂົ້າຮ່ວມທັງສອງຝ່າຍ, ຝ່າຍລາວນຳໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິ ແຫ່ງ ສປປ ລາວ ແລະ ຝ່າຍຫວຽດນາມນຳໂດຍ ທ່ານ ເລ ແທ່ງລອງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍບັນດາຄະນະຜູ້ແທນຈາກຝ່າຍລາວ ແລະ ຫວຽດນາມເຂົ້າຮ່ວມຢ່າງພ້ອມພຽງ.

    ໃນກອງປະຊຸມ ທ່ານ ໄຊສີ ສັນຕິວົງ ກໍໄດ້ສະແດງຄວາມປິຕິຊົມຊື່ນ, ເປັນກຽດຢ່າງຍິ່ງ ແລະ ຂຳນັບຊົມເຊີຍການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູງຂອງກະຊວງຍຸຕິທຳຫວຽດນາມໃນຄັ້ງນີ້ ເພື່ອເປັນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ     ລາວ-ຫວຽດນາມອ້າຍນ້ອງ, ເວົ້າລວມ, ເວົ້າສະເພາະກໍຄືສອງກະຊວງຍຸຕິທຳ, ພ້ອມດຽວກັນນັ້ນ ທ່ານຍັງໄດ້ລາຍງານກ່ຽວກັບສະພາບເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວວຽກງານຍຸຕິທຳຂອງລາວທີ່ພົ້ນເດັ່ນ ຂອງປີ 2017, ຊຶ່ງກະຊວງຍຸຕິທຳໄດ້ສົມທົບກັບພາກສ່ວນຕ່າງໆໃນການສ້າງ ແລະ ປັບປຸງກົດໝາຍ ໄດ້ທັງໝົດ 28 ສະບັບ, ໃນນີ້ກົດໝາຍປັບປຸງໃໝ່ 13 ສະບັບ, ສະເພາະກົດໝາຍຂອງກະຊວງຍຸຕິທຳແມ່ນມີ 3 ກົດໝາຍ ຄື: ປະມວນກົດໝາຍອາຍາ, ປະມວນກົດໝາຍແພ່ງ ແລະ ກົດໝາຍວ່າດ້ວຍ ສັນຊາດ, ວຽກງານໂຄສະນາເຜີຍແຜ່ກົດໝາຍໄດ້ມີການເຜີຍແຜ່ຫຼາຍຊ່ອງທາງ, ວຽກງານສົ່ງເສີມລະບົບຄວາມຍຸຕິທຳກໍໄດ້ເອົາໃຈໃສ່ລົງເຜີຍແຜ່ໃຫ້ຂັ້ນທ້ອງຖິ່ນເພີ່ມຂຶ້ນ, ວຽກງານຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໃນປີ 2017 ສາມາດຈັດຕັ້ງປະຕິບັດຄຳຕັດສິນຂອງສານໃນທົ່ວປະເທດໄດ້ຈຳນວນ 1.555 ເລື່ອງ, ພວມຈັດຕັ້ງປະຕິບັດຈຳນວນ 18.465 ເລື່ອງ ແລະ ບໍ່ສາມາດປະຕິບັດໄດ້ 2.423 ເລື່ອງ. ນອກຈາກນັ້ນ, ທ່ານ ໄດ້ຕີລາຄາການຈັດຕັ້ງປະຕິບັດແຜນການຮ່ວມມືກັນລະຫວ່າງສອງກະຊວງຍຸຕິທຳລາວ-ຫວຽດນາມ ໃນໄລຍະປີ 2017 ແມ່ນໄດ້ມີການພັວພັນກັນຢູ່ຂັ້ນສູນກາງ ຕະຫຼອດຮອດຂັ້ນທ້ອງຖິ່ນ ທີ່ໄດ້ມີການພົວພັນຮ່ວມມືກັນຢ່າງຕໍ່ເນື່ອງລຽນຕິດ, ດຳເນີນໄປດ້ວຍບັນຍາກາດດີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນຢ່າງດີ.

       ຫຼັງຈາກນັ້ນ, ທ່ານ ເລ ແທ່ງລອງ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະຜູ້ແທນກະຊວງຍຸຕິທຳລາວ ທີ່ໄດ້ເຊຶ້ອເຊີນຄະນະຜູ້ແທນກະຊວງຍຸຕິທຳຫວຽດນາມ ມາຢ້ຽມຢາມ ແລະ ເຂົ້າຮ່ວມໃນການຜັດປ່ຽນການເປັນເຈົ້າພາບພິທີສະເຫຼີມສະຫຼອງຄົບຮອບ 35 ປີ ການຮ່ວມມືຍຸຕິທຳຫວຽດນາມ-ລາວ ແລະ ການຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕຣີຈິດແບບອ້າຍນ້ອງ. ພ້ອມດຽວກັນນັ້ນທ່ານຍັງໄດ້ລາຍການກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ ກ່ຽວກັບວຽກງານກໍ່ສ້າງກົດໝາຍ ລະບົບກົນໄກນັບມື້ນັບໄດ້ຮັບການປັບປຸງ ໃນ 9 ເດືອນຕົ້ນປີ ລັດຖະບານໄດ້ນຳສະເໜີສະພາແຫ່ງຊາດຜ່ານໂຄງການກົດໝາຍ 12 ໂຄງການ; ສະພາຄົ້ນຄວ້າ ແລະ ມີຄຳເຫັນຕໍ່ໂຄງການກົດໝາຍ 5 ໂຄງການ, ປັດຈຸບັນຫວຽດນາມພວມສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດການປະຕິຮູບທີ່ວາງອອກ ຊຶ່ງໄດ້ຮຽກຮ້ອງຫຼາຍໆດ້ານຕໍ່ກະຊວງຍຸຕິທຳ ໃນຖານນະເປັນສະມາຊິກຂອງຄະນະຊີ້ນຳໃນການປະຕິຮູບຍຸຕິທຳຂັ້ນສູນກາງ, ສະມາຊິກຂອງລັດຖະບານ ມີບົດບາດຫຼາຍດ້ານທີ່ກ່ຽວ ຂ້ອງກັບການເຄື່ອນໄຫວຂອງອົງການນິຕິບັນຍັດ (ສ້າງກົດໝາຍ) ແລະ ຍຸຕິທຳຂອງຊາດ; ນອກຈາກນັ້ນ, ທ່ານຍັງຕີລາຄາກ່ຽວກັບສະພາບການຮ່ວມມືລະຫວ່າງ ສອງກະຊວງຍຸຕິທຳປີ 2017 ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຂອງສອງປະເທດ ກໍໄດ້ມີການປະສານສົມທົບ ແລະ ຜັນຂະຫຍາຍການເຄື່ອນໄຫວຮ່ວມມືໃນຫຼາຍດ້ານ, ຢູ່ຂັ້ນທ້ອງຖິ່ນ ບັນດາພະແນກຍຸຕິທຳກໍໄດ້ຮັບຄວາມເອົາໃຈໃສ່ຊີ້ນຳ ນໍາພາຂອງຄະນະນໍາກະຊວງ,  ຊຶ່ງເວລາໃດ ກໍມີຄວາມພະຍາຍາມ, ຄວາມເອົາໃຈໃສ່ ແລະ ຮ່ວມໃຈກັນ ໃນການຮ່ວມມືທາງດ້ານກົດໝາຍ ແລະ ຍຸຕິທຳຂອງບັນດາພະນັກງານ-ລັດຖະກອນສອງກະຊວງຍຸຕິທຳ.

    ໃນກອງປະຊຸມທັງສອງຝ່າຍໄດ້ປືກສາຫາລືກ່ຽວກັບທິດທາງສືບຕໍ່ການພົວພັນຮ່ວມມືໃນຕໍ່ໜ້າ ຊຶ່ງໃນປີ 2018 ກະຊວງຍຸຕິທຳລາວຈະເປັນເຈົ້າພາບຈັດກອງປະຊຸມວຽກງານຍຸຕິທຳຂອງບັນດາແຂວງທີ່ມີຊາຍແດນ ລະຫວ່າງລາວ-ຫວຽດນາມ ຄັ້ງທີ 4, ກອງປະຊຸມເຈົ້າໜ້າທີອາວຸໂສກົດໝາຍອາຊຽນ ແລະ ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ, ດັ່ງນັ້ນ, ຈຶ່ງສະເໜີໃຫ້ກະຊວງຍຸຕິທຳ ສສ ຫວຽດນາມ ຖ່າຍທອດບົດຮຽນທີ່ດີ ເພື່ອກະກຽມໃສ່ບັນດາກອງປະຊຸມດັ່ງກ່າວ. ໃນຕອນທ້າຍຂອງກອງປະຊຸມຄະນະຜູ້ແທນທັງສອງຝ່າຍລາວ-ຫວຽດນາມກໍໄດ້ພ້ອມກັນ ອວຍພອນໃຫ້ຄວາມສາມັກຄີແບບພິເສດ ແລະ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວຈົ່ງໝັ້ນຄົງທະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດການລະນານ, ໃນຕອນທ້າຍຂອງກອງປະຊຸມທັງສອງຝ່າຍຍັງໄດ້ລົງນາມຮ່ວມມືກັນຕື່ມອີກ.

ຂຽນຂ່າວ ໂດຍ: ປາວີຄຳ ເພັດທະລາກຸນ