ກອງປະຊຸມວິຊາການປະມວນກົດໝາຍແພ່ງ ຄັ້ງທີ VI ຮ່ວມກັບຊ່ຽວຊານຂອງ ສສ ຫວຽດນາມ ແລະ ຢີ່ປຸ່ນ

       ໃນລະຫວ່າງ​ວັນ​ທີ 26-27 ກຸມພາ 2018 ຜ່ານ​ມາ ຄະ​ນະ​ຮັບ​ຜິດ​ຊອບ​ສ້າງ​ຮ່າງ​ປະມວນ​ກົດໝາຍ​ແພ່ງ​ຂອງ ສປປ ລາວ​ ​​ໄດ້​ຈັດ​ກອງ​ປະຊຸມວິຊາ​ການປະມວນ​ກົດໝາຍ​ແພ່ງ​ ຄັ້ງ​ທີ VI ຮ່ວມ​ກັບ​ຊ່ຽວຊານ​ຂອງ ສສ ຫວຽດນາມ ​ແລະ ຢີ່ປຸ່ນ ​ໂດຍ​ການ​ເປັນ​ປະທານ ຂອງ​ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ສົມ​ພັນ ​ແພງ​ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ​ເກດ ກຽດຕິ​ສັກ ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ຊ່ຽວຊານ​ທາງ​ດ້ານກົດໝາຍ ຂອງ ສສ ຫວຽດນາມ ຊຶ່ງ​ນຳໂດຍ ທ່ານ ດິງຈຸ​ງຕຸ​ງ ອະດີດ​ຮອງລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສສ ຫວຽດນາມ ​ແລະ ຊ່ຽວຊານ​ຈາກຍີ່​ປຸ່ນນຳ​ໂດຍ ທ່ານ ອາຈານ ມັດ​ສຶ​ໂອະ ສາດສະດາຈານ​ດ້ານ​ກົດໝາຍ ມະຫາວິທະຍາ​ໄລ​ເຄ​ໂອ ປະ​ເທດ​ຍີ່ປຸ່ນ, ມີ​ຜູ້ຕາງໜ້າຈາກ​ສານ​ປະຊາຊົນ​ສູງ​ສຸດ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ທັງໝົດ 62 ທ່ານ, ຍິງ 19 ທ່ານ.

 

    ກອງ​ປະຊຸມ​​​ໃນ​ຄັ້ງ​ນີ້ ​ໄດ້ສຸມ​ໃສ່​ການ​ຄົ້ນຄວ້າ, ການ​ປະກອບ​​ຄຳ​ເຫັນ​ແລກປ່ຽນບົດຮຽນ ​ແລກປ່ຽນປະສົບ​ການ ​ແລະ ພຶດຕິ​ກຳ​ຕົວ​ຈິງ ໂດຍ​ສະ​ເພາະ​ແມ່ນ​ບາງ​ມາດຕາ​ຂອງ​ປະມວນ​ກົດໝາຍ​ແພ່ງສະບັບ​ນີ້, ​ເປັນ​ຕົ້ນ ກ່ຽວກັບກຳມະສິດ ​ແລະ ການ​ປົກ​ປ້ອງ​ກຳມະສິດ, ຮູບ​ແບບການ​ຄ້ຳປະກັນ ​ແລະ ບູລິ​ມະ​ສິດ​ໃນ​ການ​ໃຊ້​ແທນໜີ້ສິນ ​ແລະ ຫຼັກການ​ສຳຄັນ​ຂອງ​ສັນຍາ ​ເພື່ອ​ດັດ​ປັບ​ໃຫ້​ສາຍ​ພົວພັນ​ສັງຄົມຖືກຕ້ອງ ​ແລະ ສອດຄ່ອງ​ກັບຫຼັກການ ຂອງ​ປະມວນ​ກົດໝາຍ​ແພ່ງ​ສະບັບ​ນີ້ ຊຶ່ງຮ່າງ​ປະມວນ​ກົດໝາຍ​ແພ່ງ​ສະບັບ​ທຳ​ອິດ​ຂອງ ສປປ ລາວ  ປະກອບ​ມີ 9 ພາກ​ໃຫຍ່, 52 ໝວດ, 615 ມາດຕາ;      

    ນອກຈາກ​ນັ້ນ ກໍ​ເພື່ອ​​ໃຫ້ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ສັງຄົມ, ກໍ​ໄດ້​ມີ​ການ​ປັບປຸງ​ບັນດາ​ກົດໝາຍທີ່​ມີ​ຢູ່​ແລ້ວ​ໃຫ້​ສອດຄ່ອງ​ກົມກຽວກັນ ​ແລະ  ເປັນລະບົບຄົບຊຸດ, ເປັນເອກະພາບ ແລະ ຈະແຈ້ງຮັດກຸມ ທັງເປັນການແກ້ໄຂຊ່ອງວ່າງ ແລະ ສ້າງຄວາມເຂົ້າໃຈ​ເປັນເອກະພາບ ໃນການຈັດຕັ້ງປະຕິບັດກົດໝາຍ​ໃຫ້ມີ​ຄວາມໂປ່ງໃສ່ ແລະ ຍຸຕິທໍາ.

   ຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ  ພາບ ສຸກ​ສາຄອນ