ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຍຸຕິທໍາຮາກຖານທົ່ວປະເທດ

    ໂດຍສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 46/ນຍ,ລົງວັນທີ 29 ກັນຍາ 2009 ກ່ຽວກັບການເພີ້ມທະວີຄວາມເອົາໃຈໃສ່ຕໍ່ວຽກງານຍຸຕິທໍາຮາກຖານ, ຊິ່ງແມ່ນກົມສົ່ງເສີມລະບົບຍຸຕິທໍາເປັນຜູ້ຮັບຜິດຊອບຕໍ່ວຽກງານຍຸຕິທໍາຮາກຖານທົ່ວປະເທດກໍໄດ້ຈັດກອງປະຊຸມຖອດຖອນບົດຮຽນນີ້ຂຶ້ນຢູ່ທີ່ສະໂມສອນຂອງກະຊວງຍຸຕິທໍາ ໃນຕອນເຊົ້າຂອງວັນທີ 11 ກັນຍາ 2018 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກທີ່ຮັບຜິດຊອບຕໍ່ວຽກງານດັ່ງກ່າວ ແລະ ວິຊາການເຂົ້າຮ່ວມຈໍານວນ 49 ທ່ານ; ຍິງ 8 ທ່ານ;

   ໃນກອງປະຊຸມ ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທໍາ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການເຄື່ອນໄຫວວຽກງານຍຸຕິທໍາຮາກຖານທົ່ວປະເທດ ແລະ ການເອົາພະນັກງານລົງສົມທົບກັບທ້ອງຖີ່ນເພື່ອເຄື່ອນໄຫວວຽກງານຍຸຕິທໍາຮາກຖານ ປະຈໍາປີ 2018. ເຫັນໄດ້ ເຖິງບົດບາດ ແລະ ຄວາມໝາຍສໍາຄັນຂອງວຽກງານດັ່ງກ່າວ, ກະຊວງຍຸຕິທໍາໃນຖານະເປັນເສນາທິການໃຫ້ລັດຖະບານກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານດ້ວຍດີຕະຫຼອດມາ. ພ້ອມດຽວກັນນັ້ນກໍໄດ້ເລືອກເພັ້ນເອົາພະນັກງານທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງຍຸຕິທໍາລົງສູ່ຮາກຖານ ພາຍໃນກໍານົດ ສາມ ເດືອນ ເພື່ອຊ່ວຍບັນດາພະແນກຍຸຕິທໍາແຂວງ ແລະ ນະຄອນຫຼວງ ໃນການຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ. ອີກດ້ານໜຶ່ງກໍໄດ້ອະນຸມັດໃຫ້ພະນັກງານຂັ້ນກົມ ແລະ ວິຊາການຂອງກົມຕ່າງໆທີ່ກ່ຽວຂ້ອງລົງເຄື່ອນໄຫວຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢູ່ໃນແຂວງພາກເໜືອ, ພາກກາງ ແລະ ພາກໃຕ້. ຜ່ານການລາຍງານຂອງທ້ອງຖິ່ນ ແລະ ຂອງພະນັກງານທີ່ລົງຮາກຖານບວກກັບທິມງານວິຊາການຂອງກະຊວງລົງເກັບກໍາຕົວຈີງ ໃນຕະຫຼອດໄລຍະເວລາສາມເດືອນພວກເຮົາສາມາດຈັດຕັ້ງປະຕິບັດ ຫ້າ ວຽກຈຸດສຸມຂອງວຽກງານຍຸຕິທໍາຮາກຖານປະສົບຜົນສໍາເລັດ. 
   ຊິ່ງມັນສະແດງອອກໃນດ້ານດີ ດັ່ງນີ້: 1. ພວກເຮົາມີນິຕິກໍາຕ່າງໆເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດເປັນຕົ້ນແມ່ນລັດຖະທໍາມະນູນ, ກົດໝາຍ, ຄໍາສັ່ງ 46/ນຍ, ຂໍ້ຕົກລົງ ແລະ ຄໍາແນະນໍາ ຂອງລັດຖະມົນຕີກະຊວງຍຸຕິທໍາ ທີ່ກ່ຽວຂ້ອງກັບວຽກງານຍຸຕິທໍາຮາກຖານ, ປື້ມຄູ່ມື ແລະ ຕໍາລາການຮຽນ-ການສອນ; 2. ການນໍາກະຊວງໄດ້ຮັບການເອົາເອົາໃຈໃສ່ຊີ້ນໍານໍາພາຢ່າງໃກ້ສິດຕິດແທດ, ຄະນະນໍາກະຊວງຍຸຕິທໍາ ລວມເຖີງຄະນະພັກ, ຄະນະນໍາຂອງທ້ອງຖິ່ນແຕ່ລະຂັ້ນ;
3. ພະນັກງານທີ່ລົງຮາກຖານ, ພະນັກງານວິຊາການຂອງພະແນກຍຸຕິທໍາແຂວງ, ນະຄອນຫຼວງ ແລະ ຫ້ອງການຍຸຕິທໍາເມືອງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້; ນອກຈາກຈຸດດີກໍຍັງມີດ້ານອ່ອນຄື 1. ສະຖິຕິ ຫຼື ຕົວເລກ ໃນການຈັດຕັ້ງປະຕິບັດຂະບວນການວຽກງານຍຸຕິທໍາຮາກຖານ ປີ 2018 ຫຼຸດລົງ ເພາະພວກເຮົາບໍ່ມີກໍາລັງແຮງຂອງນັກສືກສາກົດໝາຍປີສຸດທ້າຍລົງຊ່ວຍໜູນຄືປີຜ່ານມາ;
ບົດຮຽນທີ່ຖອດຖອນໄດ້ 1. ໃນຕໍ່ໜ້ານໍາໃຊ້ກໍາລັງແຮງງານຂອງພະນັກງານ ແລະ ນັກສືກສາກົດໝາຍປີສຸດທ້າຍລົງສູ່ຮາກຖານ ໃຫ້ຫຼາຍກວ່າປີ 2018, ພ້ອມທັງຈັດຕັ້ງການບໍາລຸງ, ແນະນໍາວຽກງານຕ່າງໆໃຫ້ເຂົາເຈົ້າຢ່າງລະອຽດກ່ອນລົງໄປຈັດຕັ້ງປະຕິບັດ, 2. ກະກຽມ ແລະ ສະໜອງງົບປະມານໃຫ້ທ້ອງຖິ່ນຕາມຄວາມເໝາະສົມ ແລະ ທັນເວລາ;
   ໃນຕອນທ້າຍກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານທີ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຍົກສູງສະຕິ ແລະ ເຄົາລົບປະຕິບັດກົດໝາຍໃຫ້ທົ່ວສັງຄົມ, ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ, ເລີກເຊິ່ງ ແລະ ທົ່ວເຖິງ ດ້ວຍຫຼາຍຮູບການ, ຫຼາຍວິທີ, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ການບໍລິການດ້ານກົດ
ໝາຍໃຫ້ແກ່ປະຊາຊົນ.

ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ