ກອງປະຊຸມສຳມະນາກ່ຽວກັບການພັດທະນາຄວາມສາມາດໃນການສ້າງ ແລະ ກວດກາຮ່າງກົດໝາຍ

    ກົມກົດໝາຍ, ກະຊວງຍຸຕິທຳ ຈັດກອງປະຊຸມສຳມະນາກ່ຽວກັບການພັດທະນາຄວາມສາມາດໃນການສ້າງ ແລະ ກວດກາຮ່າງກົດໝາຍ ຂຶ້ນໃນວັນທີ 30-31 ສິງຫາ 2018 ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ JICA ປະຈຳລາວ. ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະຕີກະຊວງຍຸຕິທຳ; ມີຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ຊ່ຽວຊານຈາກອົງການໄຈກາປະຈຳລາວ, ແຂກຖືກເຊີນຈາກບັນດາກະຊວງ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານວິຊາການຂອງກົມກົດໝາຍ ເຂົ້າຮ່ວມຈຳນວນ 77 ທ່ານ, ຍິງ 13 ທ່ານ.

    ກອງປະຊຸມຈັດສຳມະນາໃນຄັ້ງນີ້ ເພື່ອແລກປ່ຽນບົດຮຽນກ່ຽວກັບການສ້າງນິຕິກຳ ຂອງ ສປປ ລາວ ແລະ ຍີ່ປຸ່ນ; ນອກນັ້ນ, ຍັງເປັນການປຶກສາຫາລືແລກປ່ຽນບົດຮຽນ ແລະ ປະສົບການ ໃນການສ້າງ ແລະ ກວດກາຮ່າງກົດໝາຍ ຂອງ ສປປ ລາວ ແລະ ຍີ່ປຸ່ນ ຊຶ່ງຜູ້ເຂົ້າຮ່ວມ ໄດ້ຮັບຟັງການສະເໜີຂອງຊ່ຽວຊານຈາກກະຊວງຍຸຕິທຳ ປະເທດ ຍີ່ປຸ່ນ ແລະ ອົງການ JICA ປະຈຳລາວ ກ່ຽວກັບ ບົດຮຽນການສ້າງນິຕິກຳ, ລະບົບ, ໜ້າວຽກໃນການສ້າງນິຕິກຳ ແລະ ການນຳໃຊ້ປຶ້ມຄູ່ມືການສ້າງນິຕິກຳ, ການສ້າງນິຕິກຳໃໝ່ ຂອງປະເທດ ຍີ່ປຸ່ນ ແລະ ໄດ້ຮັບຟັງການກວດກາຄວາມສອດຄ່ອງທາງດ້ານກົດໝາຍ, ຮ່າງປຶ້ມຄູ່ມືການສ້າງກົດໝາຍ ແລະ ນິຕິກຳ ຂອງ ສປປ ລາວ ໂດຍຜູ້ຕາງໜ້າກະຊວງຍຸຕິທຳ ແຫ່ງສປປ ລາວ; ນອກນັ້ນ, ຍັງໄດ້ຮັບຟັງກ່ຽວກັບການພິຈາລະນາຮ່າງນິຕິກຳ ຈາກຜູ້ຕາງໜ້າກົມກົດໝາຍ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

    ການສ້າງ ແລະ ປັບປຸງກົດໝາຍ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຊຶ່ງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2016-2020) ປະກອບມີຮ່າງກົດໝາຍທັງໝົດທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມ ມີ 105 ສະບັບ; ມາຮອດປັດຈຸບັນ ສະພາແຫ່ງຊາດໄດ້ຮັບຮອງກົດໝາຍສ້າງໃໝ່ 20 ສະບັບ, ກົດໝາຍປັບປຸງ 35 ສະບັບ ກວມເອົາ 52% ຂອງແຜນການ. ຊຶ່ງໃນຕໍ່ໜ້າ ຈະສຸມໃສ່ຄົ້ນຄວ້າ ແລະ ປັບປຸງຮ່າງກົດໝາຍທີ່ຍັງເຫຼືອ ໃຫ້ສຳເລັດຕາມແຜນການຂອງສະພາແຫ່ງຊາດ.

ພາບ-ຂ່າວ: ຊາຍພິມພອນ ສີຣິວົງໄຊ