ກອງປະຊຸມສ່ອງແສງການລົງຊຸກຍູ້ວຽກງານ ຈັດຕັ້ງປະຕິບັດຄຳຕັດສີນຂອງສານ ປະຈຳໄຕມາດທີ I

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນຕອນ​ເຊົ້າຂອງ​ວັນ​ທີ 30 ກໍລະກົດ 2018 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ​ເຂົ້າ​ຮ່ວມ​ມີ ທ່ານ​ຮອງ​ລັດຖະມົນຕີ, ຄະນະ​ຊີ້​ນຳ​ລວມ, ຄະນະ​ກົມ​ ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ, ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງ, ບັນດາ​ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ ​ແລະ ພະນັກງານຂອງ​ກະຊວງ​ຍຸຕິ​ທຳ​ທີ່​ລົງ​ຊຸກຍູ້​ວຽກງານດັ່ງກ່າວ​ຢູ່​ພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ ​ເຂົ້າ​ຮ່ວມ​ທັງໝົດ ຈຳນວນ 40 ທ່ານ.

​ໃນ​ກອງ​ປະຊຸມ​​ໄດ້​ຮັບ​ຟັງ​ການ​ລາຍງານ​ຈາກ​ພະນັກງານກະຊວງ​ຍຸຕິ​ທຳ ທີ່​ລົງ​ໄປ​ຊຸກຍູ້​ວຽກງານ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ ທີ່​ປະຈຳ​ຢູ່​ພະ​ແນ​ກຍຸຕິ​ທຳ ​ນະຄອນຫຼວງວຽງຈັນ ​ແລະ ປະຈຳ​ຢູ່ 9 ​ເມືອງ​ຂອງ​ນະຄອນຫຼວງວຽງຈັນ ກ່ຽວກັບ​ການ​ເກັບ​ກໍາສະຖິຕິຄະດີ ​ປະຈຳ​ໄຕ​ມາດທີ I ​ໂດຍ​ມີ​ການ​ແຍກ​ປະ​ເພດ​ຄະດີ ​ແລະ ສາ​ເຫດ​ທີ່​ພາ​ໃຫ້​ມີ​ຄະດີ​ຕົກ​ຄ້າງທີ່​ຍັງ​ບໍ່​ສາມາດ​ປະຕິບັດ​ສຳ​ເລັດ ​​ເພື່ອ​ພິມ​ເຂົ້າ​ໂປຼ​ແກຼມສະຖິຕິ ຊຶ່ງ​ໃນ​ໄຕ​ມາດ​ທີ I ບັນດາ​ທ່ານ​ທີ່​ລົງ​ໄປ​ຊຸກຍູ້​ການ​ເຄື່ອນ​ໄຫວວຽກງານ​ດັ່ງກ່າວ​ກໍ​ໄດ້​ຍົກ​ໃຫ້​ເຫັນ​​ເຖິງຜົນສຳ​ເລັດ, ຂໍ້​ສະດວກ ​ແລະ ຂໍ້​ຫຍຸ້ງ​ຍາກ ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ ຫຼັງຈາກ​ນັ້ນ​ ຜູ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ແລກປ່ຽນ ​​​ແລະ ຊອກ​ຫາ​ວິທີ​ແກ້​ໄຂ​ຂອດທີ່​ຫຍຸ້ງຍາກ​ທີ່​ເກີດ​ຂຶ້ນ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ​ດັ່ງກ່າວ.

​ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ກໍ​ໄດ້​ໃຫ້ ກຽດ​ໂອ້​ລົມ​ຕໍ່​ພິທີ ຊຶ່ງ​ທ່ານ​ກໍ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ພະນັກງານ​ທີ່​ລົງ​ໄປ​ຊຸກຍູ້​ວຽກງານ​ການປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ​ຢູ່​ທີ​ພະ​ແນ​ກຍຸຕິ​ທຳ​ນະຄ​ອນຫຼວງວຽງຈັນ ທີ່​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ປະຕິບັດໜ້າທີ່​ວຽກງານ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ກັນນັ້ນ​ ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ສືບ​ຕໍ່​ປະຕິບັດໜ້າທີ່​ວຽກງານ​ໃຫ້​ສຳ​ເລັດ​ຕາມ​ກຳນົດ​ເວລາ  ​ແລະ ທິດ​ທາງ​ແຜນການ​ທີ່​ກຳນົດ​ໄວ້.

ຂຽນຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ

ພາບ: ສົມ​ຫັວງ, ປາ​ວີ​ຄຳ