ກອງປະຊຸມສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ

ເພື່ອຈັດຕັ້ງຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ແລະ ບົດແນະນຳຂອງຄະນະສູນກາງພັກ ສະບັບເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ.

ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2018 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາສະຫາຍກຳມະການຄະນະພັກກະຊວງ, ຮອງລັດຖະມົນຕີ, ເລຂາ, ຮອງເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກ, ພະນັກງານທີ່ຢູ່ໃນການຄຸ້ມຄອງຂອງໜ່ວຍພັກ, ພະນັກງານບຳນານອະດີດຮອງລັດຖະມົນຕີ ທີ່ຂຶ້ນກັບກະຊວງຍຸຕິທຳ ແລະ ທ່ານຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມທັງໝົດ 121 ສະຫາຍ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອເປັນການສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ ຊຶ່ງເປັນວຽກງານໜຶ່ງ ທີ່ມີຄວາມໝາຍສຳຄັນ ເປັນພື້ນຖານຂອງວຽກງານກໍ່ສ້າງພະນັກງານ, ຮັບປະກັນການຫັນວຽກດັ່ງກ່າວໃຫ້ດຳເນີນຕາມລະບຽບແບບແຜນ ເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ, ເປັນການຫັນຍຸດທະສາດ ກ່ຽວກັບວຽກງານພະນັກງານ, ການສ້າງໂຄງການສັງລວມພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງ-ບຳລຸງພະນັກງານ ໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານວິຊາການກົດໝາຍ ແລະ ມີຄວາມໜັກແໜ້ນທາງດ້ານແນວຄິດການເມືອງ ສາມາດຄາດຄະເນສັບຊ້ອນ ແລະ ຈັດວາງພະນັກງານ ຢ່າງສົມເຫດສົມຜົນ ແລະ ຮັບປະກັນຕາມທິດຫັນເປັນໝຸ່ມເທື່ອລະກ້າວ.

ໃນກອງປະຊຸມ ສະຫາຍ ໄຊສີ ສັນຕິວົງ ປະທານກອງປະຊຸມ ໄດ້ໃຫ້ກຽດເຜີຍແຜ່ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ ວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ມະຕິສະບັບເລກທີ 030/ກມສພ ວ່າດ້ວຍ ມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ. ພາຍຫຼັງທີ່ໄດ້ຮັບຟັງການເຜີຍແຜ່ແລ້ວ ຄະນະຮັບຜິດຊອບ ກໍໄດ້ດຳເນີນການທາບທາມ ຊຶ່ງການທາບທາມ ປະກອບດ້ວຍ III ຮອບ ຄື: ການທາບທາມຮອບທີ I ແມ່ນຂັ້ນຫົວໜ້າພະແນກຂຶ້ນໄປ ມີສິດປ່ອນບັດທາບທາມ; ຮອບທີ II ແມ່ນຂັ້ນຄະນະໜ່ວຍພັກຂຶ້ນໄປ ມີສິດປ່ອນບັດທາບທາມ ແລະ ຮອບທີ III ແມ່ນຂັ້ນຄະນະພັກກະຊວງ. ຫຼັງຈາກນັ້ນ, ຈະໄດ້ສັງລວມຄະແນນ ແລະ ເຜີຍແຜ່ຜົນຂອງການທາບທາມ ຄັ້ງທີ III ໃຫ້ຄະນະປະຈຳ ແລະ ຄະນະນໍາກະຊວງຊາບ ເພື່ອກຳນົດຈຳນວນພະນັກງານນຳພາ-ຄຸ້ມຄອງ ເຂົ້າໃນແຜນການກໍ່ສ້າງພະນັກງານ ຂອງກະຊວງຍຸຕິທຳ ໃນຂັ້ນຕໍ່ໄປ.

ກອງປະຊຸມ ຈະໄດ້ດຳເນີນເປັນເວລາ 2 ວັນ ແລະ ຈະປິດລົງ ໃນວັນທີ 22 ພຶດສະພາ 2018.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ