ກອງປະຊຸມເຊື່ອມຊຶມເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ  ຂອງກະຊວງຍຸຕິທຳ

ໃນຕອນເຊົ້າຂອງວັນທີ 13 ມີຖຸນາ 2018 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ບຸນທາ ຊົງເຢີທ່າວ ກຳມະການພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີບັນດາທ່ານ ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

ໂດຍປະຕິບັດຕາມ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງກະຊວງຍຸຕິທຳ ຮັບຮູ້, ເຂົ້າໃຈຢ່າງລະອຽດ, ເລິກເຊິ່ງ ກ່ຽວກັບຈຸດປະສົງ, ຄວາມໝາຍສຳຄັນ, ຫຼັກການ ແລະ ມາດຕະຖານຂອງແຕ່ລະຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ ຢ່າງຖືກຕ້ອງ. ດັ່ງນັ້ນ, ຄະນະບໍລິຫານງານພັກກະຊວງ ຈຶ່ງອອກມະຕິ ວ່າດ້ວຍ ການກຳນົດມາດຕະຖານຂອງພະນັກງານຂະແໜງຍຸຕິທຳ ສະບັບເລກທີ 175/ຄບພ.ກຍ, ລົງວັນທີ 20 ກັນຍາ 2017  ເພື່ອເປັນບ່ອນອີງໃຫ້ແກ່ການເລືອກເຟັ້ນ, ພະນັກງານ-ລັດຖະກອນ ເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງ ແຕ່ລະຂັ້ນ ແນ່ໃສ່ເພີ່ມທະວີປັບປຸງການຈັດຕັ້ງຂອງຂະແໜງຍຸຕິທຳ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ.

ຫຼັງຈາກນັ້ນ, ທ່ານ ບຸນທາ ຊົງເຢີທ່າວ ກຳມະການພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ເຜີຍແຜ່ ມະຕິ ສະບັບເລກທີ 032/ກມສພ, ວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ເຜີຍແຜ່ມະຕິ ສະບັບເລກທີ 030/ກມສພ, ວ່າດ້ວຍ ມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ.

ຈຸດປະສົງ ແລະ ຄາດໝາຍ ມະຕິວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແມ່ນການສ້າງແຜນກຳນົດພະນັກງານ, ການຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າຕຳແໜງ ນຳພາ-ຄຸ້ມຄອງ ແຕ່ລະຂັ້ນ, ແຕ່ລະຂະແໜ່ງການ ແນ່ໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຢ່າງຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ. ກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນຳພາ-ຄຸ້ມຄອງ ຕອບສະໜອງທາງດ້ານຈຳນວນ, ຄຸນນະພາບ, ໂຄງປະກອບບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຕາມຕຳແໜງ ນຳພາ-ຄຸ້ມຄອງ ແຕ່ລະຂັ້ນ ແລະ ແຕ່ລະຂະແໜ່ງໃນລະບົບການເມືອງ, ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຫັນປະເທດເປັນອຸດສະຫະກຳ ແລະ ທັນສະໄໝ ເທື່ອລະກ້າວ, ແນ່ໃສ່ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມຈຸດໝາຍສັງຄົມນິຍົມ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ