ກອງປະຊຸມເຜີຍແຜ່ ປື້ມຄູ່ມືອະທິບາຍກົດໝາຍວ່າດ້ວຍ ແຮງງານ ຄັ້ງທີ 1

     ໃນວັນທີ 25 ພຶດສະພາ 2018 ກຸ່ມແພ່ງ ແລະ ເສດຖະກິດ ຮ່ວມກັບໂຄງການພັດທະນາຊັບພະກອນມະນຸດ ໃນຂົງເຂດຍຸຕິທຳ ແຫ່ງ ສປປ ລາວ ໄລຍະ II (ອົງການ ໄຈກາ) ໄດ້ຈັດກອງປະຊຸມເຜີຍແຜ່ ປຶ້ມອະທິບາຍກົດໝາຍວ່າດ້ວຍ ແຮງງານ ຂຶ້ນທີ່ໂຮງແຮມ ແລນມາກ, ໂດຍການເຂົ້າຮ່ວມ ແລະ ເປັນປະທານຮ່ວມ ລະຫວ່າງ ທ່ານ ສົມສັກ ໄຕບຸນລັກ ປະທານສານປະຊາຊົນພາກກາງ ແລະ ທ່ານ ຄະຊຶໂນຣິ ອິຣິເອ ຜູ້ຊ່ຽວຊານດ້ານກົດໝາຍ ປະຈຳໂຄງການ ໄຈກາ, ມີຜູ້ເຂົ້າຮ່ວມຈາກ ບັນດາກະຊວງ, ອົງການລັດທຽບເທົ່າ, ຂະແໜງການທີ່ກ່ຽວຂ້ອງ ໃນຂົງເຂດ ແຮງງານ, ບັນດາສະມາຊິກກຸ່ມແພ່ງ ແລະ ເສດຖະກິດ (ຈາກພາກສ່ວນ ກະຊວງຍຸຕິທຳ, ອົງການ ໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ, ນອກຈາກນີ້ ຍັງມີຂະແໜງການທີ່ຮັບຜິດຊອບໃນການປະຕິບັດຕົວຈິງ ຄື: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສູນກາງກຳມະບານລາວ) ພ້ອມດ້ວຍ ກອງເລຂາໂຄງການ ໄຈກາ ເຂົ້າຮ່ວມທັງໝົດ 50 ທ່ານ.

     ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່ເນື້ອໃນປຶ້ມອະທິບາຍກົດໝາຍວ່າດ້ວຍ ແຮງງານ ແລະ ສ້າງຄວາມເຂົ້າໃຈເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ໃຫ້ແກ່ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອປົກປ້ອງສິດ ຜົນປະໂຫຍດອັນຊອບທຳ ຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຢູ່ ສປປ ລາວ.

     ປຶ້ມອະທິບາຍກົດໝາຍວ່າດ້ວຍ ແຮງງານ ປະກອບມີ 7 ບົດ ຄື: ບົດທີ 1 ແມ່ນຄວາມຮູ້ທົ່ວໄປ ກ່ຽວກັບກົດໝາຍວ່າດ້ວຍແຮງງານ; ບົດທີ 2: ສັນຍາແຮງງານ; ບົດທີ 3: ເວລາເຮັດວຽກ, ການພັກ ຜ່ອນ, ການພັກວຽກ ແລະ ການລາພັກ; ບົດທີ 4: ເງິນເດືອນ ຫຼື ຄ່າແຮງງານ; ບົດທີ 5: ຄວາມປອດໄພ ແລະ ສຸຂະພາບແຮງງານ; ບົດທີ 6: ການແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງງານ ແລະ ບົດທີ 7: ແຮງງານລາວ ຢູ່ຕ່າງປະເທດ ແລະ ແຮງານຕ່າງປະເທດ ຢູ່ ສປປ ລາວ. ປຶ້ມຄູ່ມືນີ້ ແມ່ນໝາກຜົນຂອງການຮວບໂຮມດ້ານທິດສະດີກົດໝາຍ, ລະບຽບການທີ່ກ່ຽວຂ້ອງຂອງອົງການແຮງງານ, ລະ ບຽບການຂອງສາກົນ ແລະ ການປະຕິບັດຕົວຈິງ ທີ່ເກີດຂຶ້ນໃນຂົງເຂດແຮງງານ ໂດຍກຸ່ມແພ່ງ ແລະ ເສດຖະກິດ ໄດ້ໃຊ້ຄວາມພະ ຍາຍາມ, ສະຕິປັນຍາເຂົ້າໃນການຄົ້ນຄ້ວາ, ວິເຄາະບັນຫາແຮງງານ ດ້ວຍການແບ່ງເປັນກຸ່ມຍ່ອຍ ແລະ ໄດ້ຈັດກອງປະຊຸມພາຍໃນ ແລະ ນອກສະຖານທີ່ຮ່ວມກັນຫຼາຍຄັ້ງ, ລວມທັງການປັບປຸງ ແລະ ກວດແກ້ຈາກຄະນະຊີ້ນໍາລວມ ແລະ ຄະນະບໍລິຫານໂຄງການ ຈຶ່ງສາມາດບັນລຸເນື້ອໃນທີ່ເປັນເອກະພາບກັນ ແລະ ນໍາມາໂຮມໄວ້ໃນປຶ້ມຄູ່ມືເຫຼັ້ມດັ່ງກ່າວ. ພາຍຫຼັງທີ່ເຜີຍແຜ່ເນື້ອໃນແລ້ວ ສະມາຊິກກຸ່ມແພ່ງ ແລະ ບັນດາສຳມະນາກອນ ກໍໄດ້ຮ່ວມກັນສົນທະນາ, ຖາມ-ຕອບ ທີ່ກ່ຽວຂ້ອງກັບບັນຫາແຮງງານ ຢ່າງກົງໄປກົງໄປ ດ້ວຍບັນຍາກາດຟົດຟື້ນ.

     ປຶ້ມຄູ່ມືນີ້ ຈະເປັນປະໂຫຍດສຳຄັນ ທີ່ນໍາໃຊ້ສຳລັບຜູ້ອອກແຮງງານ, ຜູ້ໃຊ້ແຮງງານ, ອົງການຜູ້ຕາງໜ້າຜູ້ໃຊ້ແຮງງານ ແລະ ອົງການຜູ້ຕາງໜ້າຜູ້ອອກແຮງງານ, ພະນັກງານຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ ລວມທັງຂະແໜງການຍຸຕິທຳ ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ແລະ ສ້າງຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ.

ຂຽນຂ່າວ-ຖ່າຍພາບ: ກົມໂຄສະນາເຜີຍແຜ່ກົດໝາຍ