ກອງປະຊຸມ ປະກອບຄໍາຄິດຄໍາເຫັນໃສ່ ດໍາລັດວ່າດ້ວຍ ລະບົບສາຍສົ່ງໂທລະຄົມມະນາຄົມ

ໃນຕອນເຊົ້າຂອງວັນທີ 28 ມີນາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມກວດກາຄວາມຖືກຕ້ອງ ດໍາລັດວ່າດ້ວຍ ລະບົບສາຍສົ່ງໂທລະຄົມມະນາຄົມຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທໍາ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ແລະ ຄະນະຮັບຜິດຊອບຮ່າງດໍາລັດເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 4 ທ່ານ. 
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ພັດທະນາລະບົບສາຍສົ່ງໂທລະຄົມມະນາຄົມ ເພື່ອຮັບໃຊ້, ບໍລິການວຽກງານຂອງ ພັກ-ລັດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ສັງຄົມ, ນໍາໃຊ້ພື້ນຖານໂຄງລ່າງໂທລະຄົມມະນາຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ແນໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາ ດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ, ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດທີ່ມີການເຊື່ອມໂຍງ, ເຊື່ອມຈອດ ແລະ ບໍລິການທາງຜ່ານ ດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດກັບບັນດາປະເທດ ພາກພື້ນ ແລະ ສາກົນ, ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຈຸດປະສົງຕົ້ນຕໍຂອງການສ້າງດໍາລັດສະບັບນີ້ຂຶ້ນມາ ກໍເພື່ອປັບປຸງເນື້ອໃນ ດໍາລັດວ່າດ້ວຍ ການຄຸ້ມຄອງ ແລະ ການພັດທະນາລະບົບສາຍສົ່ງໂທລະຄົມມະນາຄົມ ແລະ ສູນຄຸ້ມຄອງຄວາມປອດໄພເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ, ດໍາລັດສະບັບນີ້ ຈະກໍານົດກ່ຽວກັບ ການຄຸ້ມຄອງ”ລະບົບສາຍສົ່ງໂທລະຄົມມະນາຄົມ” ເທົ່ານັ້ນ ແລະ ໄດ້ຈັດແບ່ງ ປະເພດການນໍາໃຊ້ລະບົບສາຍສົ່ງໂທລະຄົມມະນາຄົມ, ທຸກການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ ທັງແບບມີສາຍ ແລະ ແບບບໍ່ມີສາຍກັບຕ່າງປະເທດ ເພື່ອເຮັດໃຫ້ການນໍາເອົາສັນຍານໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ ປະຕິບັດຖືກຕ້ອງຕາມກົດໝາຍແລະ ລະບຽບການ.
ພາຍຫຼັງທີ່ໄດ້ຮັບຟັງການສະເໜີກ່ຽວກັບຈຸດປະສົງ, ຄວາມສຳຄັນ ຂອງຮ່າງດໍາລັດວ່າດ້ວຍລະບົບສາຍສົ່ງໂທລະຄົມມະນາຄົມແລ້ວ, ເພື່ອເຮັດໃຫ້ຮ່າງດໍາລັດສະບັບໃໝ່ນີ້ມີຄວາມຖືກຕ້ອງສົມບູນກວ່າເກົ່າ ຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ຮ່າງດໍາລັດວ່າດ້ວຍ ລະບົບສາຍສົ່ງໂທລະຄົມມະນາຄົມ ເພື່ອເຮັດໃຫ້ເນື້ອໃນມີຄວາມຮັດກຸມ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້.

ຂ່າວ-ພາບ: ຂົນ ບຸນທິສານ