ກະຊວງຍຸຕິທຳ ຈັດກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2015-2016

     ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2015-2016 ໄດ້ຈັດຂຶ້ນໃນວັນທີ 19-20 ທັນວາ  ທີ່ສູນຝຶກອົບຮົມລາວ-ຍີ່ປຸ່ນ (ICTC) ນະຄອນຫຼວງວຽງຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ  ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ, ມີບັນດາຜູ້ຊີ້ນຳວຽກງານຍຸຕິທຳຂັ້ນແຂວງ, ນະຄອນຫຼວງວຽງຈັນ. ບັນດາຫົວໜ້າພະແນກຍຸ ຕິທຳໃນທົ່ວປະເທດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ​​​​ໃນ​ພິທີຜູ້​​ແທນ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນຮັບ​ຟັງ​ບົດສະຫຼຸຸບການຈັດຕັ້ງປະຕິ​ບັດ​ວຽກງານຍຸຕິທຳ ປະຈຳປີ 2015-2016 ທີ່ຜ່ານມາ ແລະ ທິດທາງ​ແຜນການຈຸດສຸມວຽກງານ​ຍຸຕິ​ທໍາ​ປະຈຳປີ 2017 ຊື່​ງສະ​ເໜີ​ໂດຍ ​ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ. ພ້ອມດຽວກັນນັ້ນ, ກອງ​ປະຊຸມ​ກໍໄດ້ດຳເນີນການກວດກາຕີລາຄາການຊີ້ນຳ-ນຳພາຂອງຄະນະນຳຂະແໜງຍຸຕິທຳໃນຂອບເຂດທົ່ວປະເທດ ແລະ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໂດຍສະເພາະແມ່ນວຽກງານກົດໝາຍ ແລະ ຍຸຕິທຳ. ຫຼັງຈາກ​ນັ້ນ ທ່ານນາຍົກລັດຖະມົນຕີໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳທີ່ສຳຄັນຕໍ່ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຊຶ່ງກ່ອນ​ອື່ນທ່ານໄດ້ ກ່າວຍ້ອງຍໍຊົມເຊີຍຜົນງານທີ່ຄະນະພັກ-ຄະນະນຳ ຕະຫຼອດຮອດພະນັກງານລັດຖະກອນຂອງຂະແໜງວຽກງານຍຸຕິທຳທົ່ວປະເທດ ຍາດ​ມາ​ໄດ້​ໃນ​ລະຍະ​ຜ່ານ​ມາ ກໍ​ຄື​ການຕັ້ງໜ້າຈັດຕັ້ງປະຕິບັດພາລະບົດບາດໜ້າທີ່ຂອງຂະແໜງຍຸຕິທຳ ໃນ ການເປັນເສນາທິການຊ່ວຍລັດຖະບານ ໃນການຄຸ້ມຄອງລັດທາງດ້ານກົດໝາຍ ແລະ ວຽກງານຍຸຕິທຳໄດ້ເປັນຢ່າງດີ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພ້ອມດຽວກັນນັ້ນ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນບາງບັນຫາທີ່ສຳຄັນ ຊຶ່ງມີເນື້ອໃນບາງຕອນວ່າ: ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນທຸກຄົນ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອ ໝັ້ນຕໍ່ການນຳພາຂອງພັກ ແລະ ລັດ, ມີຄຸນສົມບັດສິນ​ທຳ​ປະຕິວັດ, ຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ ແລະ ຍຸຕິທຳ.  ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ​ໃຫ້ກວ້າງຂວາງ ​ແລະ ​ເລິກ​ເຊີ່ງ​ ໂດຍນຳໃຊ້ພາຫະນະສື່ມວນຊົນ, ໜັງສືພິມ, ວາລະສານ, ວິທະຍຸ, ໂທລະພາບ, ອິນເຕີເນັດ, ແອບພີລີເຄຊັນຜ່ານເຄືອຂ່າຍມືຖື ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍຢູ່ໃນສັງຄົມໃຫ້ດີຂຶ້ນເປັນກ້າວໆ. ພ້ອມ​ດຽວກັນ​ນັ້ນ​ ກອງ​ປະຊຸມ​ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ສະມາຊິກ​ພັກ, ພະນັກງານ​ລັດຖະກອນ, ນັກ​ກົດໝາຍ ​ແລະ ພົນລະ​ເມືອງ ຈົ່ງ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ ​ເພີ່ມ​ທະວີ​ສະຕິ​ເຄົາລົບ​ກົດໝາຍ, ດຳລົງ​ຊີວິດ ​ແລະ ​ເຄື່ອນ​ໄຫວ​ປະຕິບັດໜ້າທີ່​ວຽກງານ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ ​ເພື່ອ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ ​ແລະ ຍຸຕິ​ທຳ ​ແລະ ​ເປັນ​ການ​ປະກອບ​ສວ່ນ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸ​ມ​ໃຫຍ່ ຄັ້ງ​ທີ x ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ​​ແຫ່ງ​ລັດ 5 ປີ ຄັ້ງ​ທີ 8 ​ໃຫ້​ປາກົດ​ຜົນ​ເປັນ​ຈິງ.