ກະຊວງຍຸຕິທຳ ຈັດກອງປະຊຸມເຊື່ອມຊຶມມະຕິ X ຂອງພັກປະຊາຊົນປະຕິວັດລາວ

          ໃນລະຫວ່າງວັນທີ 16-18 ພຶດສະພາ 2016 ຢູ່ທີ່ສະໂມສອນ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິ X ຂອງພັກປະຊາຊົນປະຕິວັດລາວ ຊຸດທີ່ 1 ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນ ກາງພັກ, ເລຂາຄະນະພັກ ກະຊວງຍຸຕິທຳ, ລັດຖະມົນຕີກະຊວງຍຸຕິທຳ ມີພະນັັກງານຫຼັກແຫຼ່ງນຳພາ ຂັ້ນຮອງຫົວໜ້າກົມ, ຂັ້ນພະແນກ ແລະ ພະນັກງານອາວຸດໂສ, ບຳນານ ເຂົ້າຮ່ວມຈຳນວນ 120 ສະຫາຍ.

           ຈຸດປະສົງຂອງການເຊື່ອມຊືມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ ຮັບຮູ້ ແລະ ກຳແໜ້ນແນວທາງນະໂຍບາຍ, ທິດທາງການສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດ ລາວ ກອງປະຊຸມໄດ້ນຳເອົາບັນດາເອກະສານສຳຄັນຂອງພັກມາເຜີຍແຜ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິ IX ຂອງພັກ ປປ ລາວ ໃນໄລຍະ 5 ປີຜ່ານມາ ຊຶ່ງຜົນສຳເລັດອັນສໍາຄັນ ແລະ ເປັນພື້ນ ຖານ ແມ່ນສາມາດປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນຂອງຊາດໄດ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕປະຊາຊົນມີສະຖຽນລະພາບອັນໜັ້ນແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບໂດຍພື້ນຖານ, ຜົນສຳເລັດອັນພົ້ນເດັ່ນທີ່ໜ້າພາກພູມໃຈເສດຖະກິດເຕີບໂຕ ສະເລັ່ຍ 7,9%, ຂົງເຂດວັດທະນະທຳ-ສັງຄົມ ໄດ້ມີຜົນສຳເລັດເປັນສ່ວນໃຫຍ່ ແລະ ມີການຫັນປ່ຽນຢ່າງຈະແຈ້ງໃນການປະຕິບັດ ເປົ້າໝາຍສະຫັດສະຫວັດການພັດທະນາ, ລະບົບການເມືອງ ໄດ້ຮັບການປັບປຸງບູລະນະໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ໄດ້ເປັນເຈົ້າການຊີ້ນຳການເຄື່ອນໄຫວວຽກງານຕ່າງປະເທດຢ່າງຕັ້ງໜ້າ ເພື່ອເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ຶອພັດທະນາຖານະບົດບາດ ແລະ ອິດທິພົນຂອງ ສປປ ລາວ ເຮັດໃຫ້ໄດ້ຮັບການເຊີດຊູສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ, ສືບຕໍ່ວາງບັນດາທິດທາງຄາດໝາຍໃຫຍ່ ສຳລັບໄລຍະ 2016 ຮອດ 2020, 2025 ແລະ 2030 ເພື່ອນຳພາປະເທດຊາດກ້າວສູ່ຈຸດໝາຍທີ່ວາງໄວ້ ແລະ ທິດທາງຈຸດສຸມ, ສຳລັບທິດທາງແຕ່ປີ2016-2020 ແມ່ນເລັ່ງໃສ່ສ້າງປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ວຍພັດທະນາໃຫ້ປາກົດຜົນເປັນຈິງ; ພ້ອມກັນ ນັ້ນ, ສະຫາຍ ໄຊສີ  ສັນຕິວົງ ປະທານກອງປະຊຸມ ຍັງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດມະຕິ IX ຂອງຂະແໜງຍຸຕິທຳ ໂດຍສະເພາະແມ່ນວຽກງານຍຸຕິທຳຮາກຖານຕິດພັນກັບວຽກງານສາມສ້າງ ຊຶ່ງໄດ້ນຳເອົາ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ລົງສູ່ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້ ແລະ ພໍ່ແມ່ນປະຊາຊົນບັນດາເຜົ່າ. ເພື່ອຜັນຂະຫຍາຍທິດທາງຄາດໝາຍໃຫຍ່ຂອງຂັ້ນເທິງໃຫ້ປາກົດຜົນເປັນຈິງ ກະຊວງຍຸຕິທຳ ຈະຕ້ອງໄດ້ເອົາໃຈໃສ່ໃນການສ້າງລັດປົກຄອງດ້ວຍກົດໝາຍ ເຮັດໃຫ້ສັງຄົມຍຸຕິທຳ ແລະ ສີວິໄລ.