ກະຊວງຍຸຕິທຳ ຈັດກິດຈະກຳປູກຕົ້ນໄມ້ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ

 ເພື່ອເປັນການສະເຫຼີມສະຫອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນຕອນ​ເຊົ້າຂອງວັນທີ 1 ມິຖຸນາ 2018  ກະຊວງ​ຍຸຕິ​ທຳ​ ໄດ້​ຈັດ​ກິດຈະກຳ​ປູກ​ຕົ້ນ​​ໄມ້ຂຶ້ນ ທີ່ບໍລິ​ເວນຕຶກ​ກະຊວງຍຸຕິ​ທຳຫຼັງ​ໃໝ່ ໂດຍການນໍາພາ​ຂອງ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງ​ຍຸຕິ​ທຳ, ມີບັນດາ​ຮອງ​ລັດຖະມົນຕີ, ບັນດາ​ຄະນະ​ພັກ​-ຄະນະ​ນຳກະຊວງ, ຕະຫຼອດພະນັກງານ-ລັດຖະກອນ ເຂົ້າ​ຮ່ວມ​ຢ່າງພ້ອມພຽງ ​ແລະ ​​ເປັນ​ຂະ​ບວນການ​ຟົດ​ຟື້ນ.

​ການຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ປູກ​ຈິດ​ສຳນຶກ​ໃນ​ການ​ຮັກ, ຫວງ​ແຫນ​ປ່າ​ໄມ້ ​ແລະ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ​ໃຫ້​ແກ່​ພະນັກງານ-ລັດຖະກອນ​ຂອງ​ກະຊວງ​ຍຸຕິ​ທຳ  ​ພ້ອມ​ທັງປະກອບສ່ວນໃນການຈັດຕັ້ງປະຕິບັດຄາດໝາຍດ້ານສິ່ງແວດລ້ອມ ແລະ ຍຸດທະສາດປ່າໄມ້ແຕ່ນີ້ ຮອດປີ 2020 ຂອງລັດຖະບານ ໃຫ້​ປະກົດ​ຜົນ​ເປັນ​ຈິງ ນອກຈາກ​ນັ້ນ ກໍເພື່ອປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ການນຳໃຊ້ຢ່າງມີປະສິດທິພາບຕາມ ທິດສີຂຽວ ແລະ ຍືນຍົງ​ ຕາມ​ຄຳ​ຂວັນ​ທີ່​ວ່າ ຊວ່ຍກັນ​ປູກ ຊວ່ຍກັນ​ຮັກສາ ​ແລະ ຟື້ນ​ຟູ​ປ່າ​ໄມ້ ​ໃຫ້​ອຸດົມສົມບູນ​ໃນ​ວັນ​ນີ້ ຊີວິດ​ຈະ​ສົດ​ໃສ​ດີ​ໃນ​ວັນໜ້າ. ​ແລະ ຍັງ​ເປັນ​ການປະຕິບັດນະໂຍບາຍ ສ ສີຂຽວ ຂອງນະຄອນຫຼວງວຽງຈັນວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ  ​.

ສຳລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ແມ່ນຕົ້ນໄມ້ທີ່ເປັນຮົ່ມ, ຕົ້ນໄມ້ປະດັບ ​ແລະ ຕົ້ນ​ໄມ້​ກິນໝາກ ຊຶ່ງ​ບັນຍາກາດ​​ໃນ​ວັນ​ດັ່ງກ່າວ​ເຕັມ​ໄປ​ດ້ວຍບັນຍາກາດ​ຝົດ​ຟື້ນ ​ແລະ ມ່ວນ​ຊື່ນ.

 

ຂ່າວ ອ່ອນ​ຄຳ , ພາບ ສົມ​ຫັວງ, ສຸກ​ສາຄອນ