ກະຊວງຍຸຕິທຳ ຈັດກິດຈະກຳເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

      ເພື່ອເປັນການສະເຫຼີມສະຫອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນຕອນ​ເຊົ້າຂອງວັນທີ 1 ມິຖຸນາ 2017  ກະຊວງ​ຍຸຕິ​ທຳ​ ໄດ້​ຈັດກິດຈະກຳ​ປູກ​ຕົ້ນໄມ້​ຂຶ້ນ ທີ່ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ໂດຍ ການນຳພາ​ຂອງ ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງ​ຍຸຕິ​ທຳ, ມີບັນດາ​ຄະນະ​ພັກ, ​ຄະນະ​ນຳ ຕະຫຼອດຮອດພະນັກງານ, ຄູອາຈານ ແລະ ນັກສຶກສາ ເຂົ້າ​ຮ່ວມ​ຢ່າງ​​ເປັນ​ຂະ​ບວນການ​ຟົດ​ຟື້ນ.

     ໃນພິທີ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ໄດ້ກ່າວຈຸດປະສົງຂອງວັນປູກຕົ້ນໄມ້ແຫ່ງຊາດ ໃນເທື່ອນີ້ ເພື່ອເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດຄາດໝາຍດ້ານສິ່ງແວດ ລ້ອມ ແລະ ຍຸດທະສາດປ່າໄມ້ ແຕ່ນີ້ ຮອດປີ 2020 ທັງເປັນການປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ການນຳໃຊ້ຢ່າງມີປະສິດທິພາບຕາມທິດສີຂຽວ ແລະ ຍືນຍົງ​ ຕາມ​ຄຳ​ຂັວນ​ທີ່​ວ່າ ຊ່ວຍກັນ​ປູກ, ຊວ່ຍກັນ​ຮັກສາ ​ແລະ ຟື້ນ​ຟູ​ປ່າ​ໄມ້ ​ໃຫ້​ອຸດົມສົມບູນ​ໃນ​ວັນ​ນີ້ ຊີວິດ​ຈະ​ສົດ​ໃສ​ດີ​ໃນ​ວັນໜ້າ ​ແລະ ຍັງ​ເປັນ​ການປະຕິບັດນະໂຍບາຍ ສ ສີຂຽວ ຂອງນະຄອນຫຼວງວຽງຈັນວາງ​ອອກ​ໃຫ້​ປາກົດ​ຜົນ​ເປັນ​ຈິງ ​. ສຳລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ມີຕົ້ນໄມ້ທີ່ເປັນຮົ່ມ ແລະ ຕົ້ນໄມ້ປະດັບ.

ຂຽນຂ່າວ ແລະ ຖ່າຍພາບໂດຍ: ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ