ກະຊວງຍຸຕິທຳ ຈັດກິດຈະກຳ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

     ເນື່ອງ​ໃນ​ໂອກາດ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ​ແລະ ວັນ​ເດັກນ້ອຍ​ສາກົນ ຄົບຮອບ 91 ປີ, ວັນ​ທີ 1 ມີ​ຖຸນາ 2016 ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ກິດຈະກຳ​ປູກ​ຕົ້ນ​ໄມ້​ລຽບຕາມ​ເສັ້ນທາງ​ຕັດ​ໃໝ່ໜອງບົວທອງ​ຫາໜອງບຶກ ​ໃຫ້ກຽດ​ເຂົ້າ​ຮ່ວມ​ໃນ​ກິດຈະກຳ​​ໃນ​ຄັ້ງ​ນີ້ ​ໂດຍ ທ່ານ ສຈ ​ເກດ​ ກຽດຕິສັກ ຮອງ​ລັດ​ຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ບັນດາ​ຫົວໜ້າກົມ, ຮອງ​ກົມ, ສກສ, ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ແລະ ພະນັກ​ງານ​ລັດຖະກອນ​ພາຍ​ໃນ​ກະຊວງ ​ເຂົ້າຮ່ວມ 100 ກວ່າ​ຄົນ. ຕົ້ນ​ໄມ້​ທີ່​ນຳ​ໄປ​ປູກ​ໃນ​ຄັ້ງ​ນີ້ ​ຈຳນວນ 320​ ຕົ້ນ ປະກອບ​ມີ​ຕົ້ນ​ຈານ ​ແລະ ຕົ້ນ​​ຟາງ​ແດງ.

     ພາຍ​ຫຼັງ​ສຳ​ເລັດການ​ປູກ​ຕົ້ນ​ໄມ້​ທາງ​ຕັດ​ໃໝ່ໜອງບົວທອງຫາໜອງບຶກ​ແລ້ວ ກະຊວງ​ຍຸຕິ​ທຳ​​ ກໍໄດ້​ໄປ​ຮ່ວມ​ປູກ​ຕົ້ນ​ໄມ້​ກັບ ກອງ ຄ 214 ຢູ່​ທີບ້ານ ໜອງພະຍາ, ​ເມືອງ​ໄຊ​ທານີ, ນະ​ຄອນຫຼວງວຽງຈັນ ​​ໂດຍ​​ການໃຫ້ກຽດຕ້ອນຮັບ ຂອງ​ ທ່ານ ພັນໂທ ບົວ​ສອນ ສີ​ບຸ​ນທອງ, ​ເລຂາ​ຄະ​ນະ​ພັກ, ຫົວໜ້າການ​ເມືອງ ​ກອງ ຄ 214  ​ຫຼັງຈາກ​ນັ້ນ​ກໍ​ໄດ້​ຈັດການ​ແຂ່ງຂັນ​ກິລາ​ບານ​ເຕະ​ຍິງ-ຊາຍ ​, ກິລາ​ເປ​ຕັ່ງ ​ແລະ ຈັດ​ພາ​ເຂົ້າ​ສາມະຄີ​ຮ່ວມ​ກັນ.

     ຈຸດປະ​ສົງ​ໃນ​ການ​ຈັດ​ກິດຈະກຳ​ໃນ​ຄັ້ງ​ນີ້  ​ແມ່ນ​ເພື່ອ​ສະ​ເຫຼີມສະຫຼອງວັນປູກ​ຕົ້ນ​​ໄມ້​ແຫ່ງ​ຊາດ ​ແລະ ວັນ​ເດັກນ້ອຍ​ສາກົນ ການ​ຈັດ​ກິດຈະກຳ​ປູກ​ຕົ້ນ​ໄມ້​ວັນ​ດັ່ງກ່າວ ​ແມ່ນ​ເປັນ​ການ​ປູກ​ຈິດ​ສຳນຶກ​ທີ​ດີ​ໃຫ້​ແກ່​ຜົນລະ​ເມືອງ​ເວົ້າ​ລວມ ​ເວົ້າ​ສະ​ເພາະ​ໃຫ້​ເດັກ​ໄດ້​ຮູ້ຈັກ​ຮັກ​ທຳ​ມະ​ຊາດ ​ແລະ ບໍ່​ທຳລາຍ​ສິ່ງ​ແວດ​ລ້ອມ ຊຶ່ງ​ເປັນ​ການຈັດ​ຕັ້ງ​ປະຕິບັດ ​ສໍ ສີ​ຂຽວ ທີ່​ນະຄອນຫຼວງວຽງຈັນ ​ໄດ້​ວາງ​ອອກ, ພ້ອມ​ທັງ​​ເປັນ​ການ​ຮັດ​ແໜ້ນຄວາມ​ສາມັກຄີ ​ລະຫວ່າງ ​ກະຊວງຍຸຕິ​ທຳ ​ແລະ ກອງ  ຄ 214 ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ.