ກະຊວງຍຸຕິທຳ ຈັດປາຖະກາຖາວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ

ວັນທີ 26 ທັນວາ 2018 ຢູ່ທີ່ສະໂມສອນ ກະຊວງຍຸຕິທຳໄດ້ຈັດພິທີປາຖະກາຖາວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 25 ພະຈິກ 2018 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ, ປະທານກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ທ່ານ ນາງ ມະໄລກັນ ແກ້ວມຸນຕີ ຫົວໜ້າພະແນກຄວາມສະເໝີພາບຍິງ-ຊາຍ, ຫ້ອງການເລຂາຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານລັດຖະກອນເຂົ້ນຮ່ວມທັງໝົດຈຳນວນ 118, ຍິງ 65 ທ່ານ.

ໃນພິທີທ່ານປະທານກອງປະຊຸມກໍໄດ້ອ່ານສານຂອງ ພະນະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ແມ່-ເດັກ ຊຶ່ງເປັນວັນໜຶ່ງທີ່ມີຄວາມໝາຍສຳຄັນສຳລັບບັນດາປະຊາຊາດໃນທົ່ວໂລກໂດຍໄດ້ເລີ່ມມີການສະເຫຼີມສະຫຼອງນັບແຕ່ປີ 2000 ເປັນຕົ້ນມາ ອັນມີຈຸດປະສົງເພື່ອປູກຈິດສຳນຶກ, ສົ່ງເສີມການຕ້ານ, ສະກັດກັ້ນ ແລະ ການລຶບລ້າງການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ແມ່ຍິງ ແລະ ເດັກຍິງ ທັງຍັງເປັນວັນລະນຶກເຖິງຂະບວນການເຄື່ອນໄຫວຕໍ່ສູ້ເພື່ອເຮັດໃຫ້ສິດທິອັນເປັນພື້ນຖານ ກໍຄືກຽດສັກສີຂອງແມ່ຍິງ ແລະ ເດັກຍິງ ໃນທົ່ວໂລກ ໄດ້ຮັບການປ້ອງກັນ. ການສະເຫຼີມສະຫຼອງວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນປີ 2018 ນີ້ ແມ່ນເລີ່ມແຕ່ວັນທີ 25 ພະຈິກ ຈົນຮອດວັນທີ 10 ທັນວາ ພາຍໃຕ້ຫົວຂໍ້ “Hear Me Too” ຊຶ່ງມີຄວາມໝາຍວ່າ “ຊ່ວຍຟັງບັນຫາຂ້ອຍແດ່” ຫົວຂໍ້ດັ່ງກ່າວນີ້ເຖິງຈະເປັນຄຳເວົ້າສັ້ນໆ ແຕ່ກໍມີຄວາມໝາຍເລິກເຊິ່ງທີ່ສື່ສານເຖິງຄວາມຕ້ອງການຂອງແມ່ຍິງ ແລະ ເດັກຍິງ ທີ່ເປັນຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຢູ່ໃນຄອບຄົວ ແລະ ສັງຄົມ.

ຈາກນັ້ນ, ທ່ານ ນາງ ມະໄລກັນ ແກ້ວມຸນຕີ ຫົວໜ້າພະແນກຄວາມສະເໝີພາບຍິງ-ຊາຍ, ຫ້ອງການເລຂາຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກໍໄດ້ເຜີຍແຜ່ປະຫວັດຄວາມເປັນມາໃນການຈັດຕັ້ງຂະບວນການລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເກີດຂຶ້ນໄດ້ທຸກເມື່ອທຸກເວລາ, ທຸກສະຖານທີ່ໂດຍບໍ່ຈຳແນກຊົນຊັ້ນວັນນະ, ເຊື້ອຊາດ, ສາສະໜາ, ວັດທະນາທຳ, ຖານະສັງຄົມ, ລະດັບການສຶກສາ ແລະ ແຜ່ລາມໄປໃນຂອບເຂດທົ່ວໂລກ. ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເປັນທັງສາເຫດ, ເປັນທັງຜົນຂອງການຈຳແນກຕໍ່ແມ່ຍິງ ແລະ ອຸປະສັກອັນໃຫຍ່ຫຼວງທີ່ກີດຂວາງການບັນລຸຄວາມສະເໝີພາບຍິງ-ຊາຍ ນອກຈາກນີ້ ຍັງມີບັນຫາທາງວັດທະນະທຳ, ຮີດຄອງປະເພນີ, ຄວາມເຊື່ອຖື, ມາດຖານທີ່ແຕກຕ່າງກັນຕໍ່ເພດຍິງ ແລະ ເພດຊາຍ, ຊ່ອງວ່າງທາງດ້ານກົດໝາຍ, ສະພາບເສດຖະກິດສັງຄົມ ແລະ ອື່ນໆ. ນອກຈາກນັ້ນ, ທ່ານ ນາງ ມະໄລກັນ ແກ້ວມົນຕີ ຍັງໄດ້ເຜີຍແຜ່ສົນທິສັນຍາວ່າດ້ວຍ ການລຶບລ້າງ ທຸກຮູບການ ການຈຳແນກຕໍ່ແມ່ຍິງ ແລະ ເຜີຍແຜ່ບົດສຳຫຼວດສຸຂະພາບ ແລະ ປະສົບການຂອງແມ່ຍິງ.

ຂຽນຂ່າວ-ຖ່າຍພາບ ໂດຍ: ບຸນຖອມ ພະສະແຫວງ